ຄາດວ່າ,ວັນທີ6/4ຈະໄຂວາລະປະຊຸມຄັ້ງທີ37ຂອງຄະນະປະຈຳສະພາແຫ່ງຊາດ

ຄາດວ່າ,ວັນທີ6/4ຈະໄຂວາລະປະຊຸມຄັ້ງທີ37ຂອງຄະນະປະຈຳສະພາແຫ່ງຊາດ - ảnh 1
ວາ​ລະ​ປະ​ຊຸມ​ຄັ້ງ​ທີ 36 ຂອງ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 13
(ພາບ: An Đăng/TTXVN)

(vovworld) – ຄາດ​ວ່າ, ວາ​ລະ​ປະ​ຊຸມ​ຄັ້ງ​ທີ 37 ຂອງ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 13 ຈະ​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 6/4 ແລະ ເຮັດ​ວຽກ​ຮອດ​ວັນ​ທີ 10/4, ຢູ່​ຮ່າ​ໂນ້ຍ. ຄ​ະ​ນ​ະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ຈະ​ປະ​ກອບ​ຄຳ​ເຫັນ​ໃສ່​ບັນ​ດາ​ຮ່າງ​ກົດ​ໝາຍ​ຄື: ປະ​ມວນ​ກົດ​ໝາຍ​ອາ​ຍາ (ສະ​ບັບ​ປັງ​ປຸງ), ປະ​ມວນ​ກົດ​ໝາຍ​ວ່າ​ດ້ວຍ​ການ​ດຳ​ເນີນ​ຄະ​ດີ​ອາ​ຍາ (ສະ​ບັບ​ປັບ​ປຸງ), ກົດ​ໝາຍ​ວ່າ​ດ້ວຍ​ຄວາມ​ປອດ​ໄພ​ດ້ານ​​ສື່​ສານ…

        ກໍ່​ທີ່​ວາ​ລະ​ປະ​ຊຸມ​ຄັ້ງ​ທີ 37 ນີ​້, ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດຈະ​ຮັບ​ຟັງ​ໝາກ​ຜົນ​ຂອງກອງ​ປະ​ຊຸມ​ໃຫຍ່​ສະ​ຫະ​ພັນ​ລັດ​ຖະ​ສະ​ພາ​ສາ​ກົນ 132 ຢູ່​ຮ່າ​ໂນ້ຍ, ປະ​ກອບ​ຄຳ​ເຫັນ​ກ່ຽວ​ກັບ​ບັນ​ດາ​​ໃບ​ສະ​ເໜີ​ຂອງ​ລັດ​ຖະ​ບານ​ກ່ຽວ​ກັບ​ແຜນ​ຮ່າງ​ສ້າງ​ຕັ້ງ​ນະ​ຄອນ ຕາມ​ດຽບ ຂຶ້ນ​ກັບ​ແຂ​ວງ ນີງ​ບີ່ງ ແລະ ເທດ​ສ​ະ​ບານ ກີ່​ແອງ ຂຶ້ນ​ກັບ​ແຂວງ ຮ່າ​ຕິ້ງ, ​ຄາດ​ຄະ​ເນ​ລາຍ​ການ​ເຄື່ອນ​ໄຫວ​ຕິດ​ຕາມກວດ​ກາ​ຂອງ​ສະ​ພາ​ແຫ່ງ​ຊາດ, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ປີ 2016.


ຂ່າວ/ບົດ​ອື່ນ