ຄາດວ່າເດືອນ ກັບຍາ ຫວຽດນາມ ອາດຈະຜັນຂະຫຍາຍການສັກວັກຊິນໂດຍວິທະຍາຄານເສນາຮັກຜະລິດ

(VOVWORLD) -ວິວັດການຄົ້ນຄວ້າ, ທົດລອງວັກຊິນ Nano Covax ຂອງວິທະຍາຄານ ສົມທົບກັບນັກອຸປະຖຳ Nanogen ທີ່ຜັນຂະຫຍາຍດ້ວຍຄວາມປອດໄພ, ບັນລຸໝາກຜົນທີ່ດີ.
ຄາດວ່າເດືອນ ກັບຍາ ຫວຽດນາມ ອາດຈະຜັນຂະຫຍາຍການສັກວັກຊິນໂດຍວິທະຍາຄານເສນາຮັກຜະລິດ - ảnh 1ໃນເດືອນ ມິຖຸນາ ນີ້ຈະດຳເນີນການທົດລອງຄັ້ງທີ 3 ຢູ່ຫຼາຍແຂວງ, ນະຄອນໃນທົ່ວປະເທດ
(ພາບ: VGP)

ເດືອນ ກັນຍາ ຈະມາເຖິງ, ຫວຽດນາມ ອາດຈະຜັນຂະຫຍາຍການສັກວັກຊິນໂດຍວິທະຍາຄານເສນາຮັກຜະລິດ. ຂໍ້ມູນຂ່າວດັ່ງກ່າວໄດ້ຍົກອອກມາທີ່ກອງປະຊຸມທາງອອນລາຍຜັນຂະຫຍາຍໜ້າທີ່, ມາດຕະການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ໃນກອງທັບ, ໃນຕອນບ່າຍວັນທີ 01 ມິຖຸນາ.

        ທີ່ກອງປະຊຸມ, ທ່ານພົນຕີ ໂດ້ກຽດ, ຜູ້ອຳນວຍການວິທະຍາຄານເສນາຮັກ ໃຫ້ຮູ້ວ່າ, ວິວັດການຄົ້ນຄວ້າ, ທົດລອງວັກຊິນ Nano Covax ຂອງວິທະຍາຄານ ສົມທົບກັບນັກອຸປະຖຳ Nanogen ທີ່ຜັນຂະຫຍາຍດ້ວຍຄວາມປອດໄພ, ບັນລຸໝາກຜົນທີ່ດີ. ໃນເດືອນ ມິຖຸນາ ນີ້ຈະດຳເນີນການທົດລອງຄັ້ງທີ 3 ຢູ່ຫຼາຍແຂວງ, ນະຄອນໃນທົ່ວປະເທດ. ຕາມທ່ານ ໂດ້ກຽດ ແລ້ວ, ພາຍຫຼັງສະພາຄຸນສົມບັດແຫ່ງຊາດຮັບຮອງເອົາ ແລະ ກະຊວງສາທາລະນະສຸກອະນຸຍາດຜັນຂະຫຍາຍ ໃນເດືອນ ກັນຍາ ຈະມາເຖິງ, ທາງຫົວໜ່ວຍອາດສາມາດດຳເນີນການສັກວັກຊິນດັ່ງກ່າວ.

        “ໄລຍະທີ 3 ໃນເດືອນ ມິຖຸນາ ນີ້ ຈະຜັນຂະຫຍານການທົດລອງ. ໃນຈຳນວນ 1.000 ກໍລະນີທຳອິດສັກວັກຊິນພາຍຫຼັງເວລາ 42 ວັນ, ພວກຂ້າພະເຈົ້າຈະຕີລາຄາຄວາມປອດໄພ, ປະສິດທິພາບການຕ້ານທານ, ຂ້າໄວຣັດຄືແນວໃດ. ຕາມກົດໝາຍສາກົນແລ້ວ, ຖ້າໃນເວລາເກີດໂລກລະບາດ ອາດສາມາດລາຍງານຕໍ່ສະພາຄຸນສົມບັດແຫ່ງຊາດ, ກະຊວງສາທາລະນະສຸກ ແລະ ອະນຸຍາດໃຫ້ສັດຕະຍາບັນໂດຍດ່ວນເພື່ອມີເງື່ອນໄຂຢ່າງພຽງພໍສືບຕໍ່ສັກວັກຊິນໃນປະຊາຊົນເປັນຈຳນວນຫຼາຍ ແລະ ສືບຕໍ່ຕີລາຄາ. ຖ້າມີຄວາມສະດວກ, ປະມານເດືອນ ກັນຍາ ນີ້, ພວກຂ້າພະເຈົ້າຈະລາຍການຕໍ່ສະພາຄຸນສົມບັດແຫ່ງຊາດ ແລະ ກະຊວງສາທາລະນະສຸກ ຂໍ້ອະນຸຍາດເພື່ອສາມາດຜັນຂະຫຍາຍຢ່າງທັນທີ.”

ຕອບກັບ

ຂ່າວ/ບົດ​ອື່ນ