ຄຳ​ກ່າວ​ເຕືອນ​ໃໝ່​ກ່ຽວ​ກັບ​ໂລກ​ລະ​ບາດ​ໂຄວິດ - 19, ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ຢູ່ ອາ​ເມ​ລິ​ກາ ເພີ່ມ​ຂຶ້ນ​ສູງ

(VOVWORLD) -ໂລກຄວນກຽມຮັບມືກັບໂລກລະບາດຢູ່ລະດັບສູງກວ່າ ແລະ ໂລກລະບາດຈະສິ້ນສຸດລົງ ພາຍຫຼັງທີ່ປະຊາຊົນທຸກຄົນຕິດເຊື້ອແລ້ວ ຫຼື ໄດ້ສັກວັກຊິນຢ່າງຄົບຖ້ວນ.

         

ຄຳ​ກ່າວ​ເຕືອນ​ໃໝ່​ກ່ຽວ​ກັບ​ໂລກ​ລະ​ບາດ​ໂຄວິດ - 19, ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ຢູ່ ອາ​ເມ​ລິ​ກາ ເພີ່ມ​ຂຶ້ນ​ສູງ - ảnh 1ສົ່ງຄົນເຈັບຕິດເຊື້ອພະຍາດໂຄວິດ - 19 ໄປຍັງໂຮງໝໍ Jerusalem, ວັນທີ 15 ສິງຫາ (ພາບ: AFP/ TTXVN)

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດຕອນເຊົ້າວັນທີ 15 ກັນຍາ, ໂຄວິດ - 19 ສືບຕໍ່ ແຜ່ລະບາດຢູ່ 221 ປະເທດ ແລະ ເຂດແຄວ້ນ, ດ້ວຍຈຳນວນຜູ້ຕິດເຊື້ອທັງໝົດຂຶ້ນເຖິງ 226,5 ລ້ານຄົນ ແລະ ມີຜູ້ເສຍຊີວິດກວ່າ 4,66 ລ້ານຄົນ. ໃນ 24 ຊົ່ວໂມງຜ່ານມາ, ອາເມລິກາ ຍັງຄົງແມ່ນປະເທດຢືນອັນດັບໜຶ່ງໃນໂລກກ່ຽວກັບຈຳນວນຜູ້ຕິດເຊື້ອລາຍໃໝ່ (112.500 ຄົນ) ແລະ ຜູ້ເສຍຊີວິດຍ້ອນໂລກລະບາດໂຄວິດ - 19 ເພີ່ມເຕີມ (1700 ຄົນ). ກ່ຽວກັບຈໍານວນຜູ້ຕິດເຊື້ອໃໝ່, ຖັດຈາກ ອາເມລິກາ ແມ່ນ ຕວັກກີ, ອິນເດຍ, ອັງກິດ ແລະ ອີຣານ; ສ່ວນ ລັດເຊຍ, ບຣາຊິນ, ມາເລເຊຍ ແລະ ອີຣານ ແມ່ນບັນດາປະເທດທີ່ມີຈຳນວນຜູ້ເສຍຊີວິດຖັດຈາກ ອາເມລິກາ.

        ບັນດານັກວິທະຍາສາດກ່າວເຕືອນວ່າ, ນັບແຕ່ນີ້ຮອດທ້າຍປີ, ໂລກຄວນກຽມຮັບມືກັບໂລກລະບາດຢູ່ລະດັບສູງກວ່າ ແລະ ໂລກລະບາດຈະສິ້ນສຸດລົງ ພາຍຫຼັງທີ່ປະຊາຊົນທຸກຄົນຕິດເຊື້ອແລ້ວ ຫຼື ໄດ້ສັກວັກຊິນຢ່າງຄົບຖ້ວນ.

ຕອບກັບ

ຂ່າວ/ບົດ​ອື່ນ