ຄຳຂອບໃຈຈາກຄະນະຈັດຕັ້ງພິທີງານສົບ ແລະ ຄອບຄົວທ່ານອະດີດເລຂາທິການໃຫຍ່ ໂດ໊ເມື່ອຍ

(VOVWORLD) - ທີ່ໄດ້ສົ່ງໂທລະເລກ, ພວງມາລາ, ເຂົ້າຮ່ວມພິທີໄວ້ອາໄລ, ພິທີໄວ້ອາໄລເຄົາລົບສົບ, ພິທິປົງສົບທ່ານ ໂດ໊ເມື່ອຍ, ອະດີດເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ

ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ສະພາແຫ່ງຊາດ ສສ ຫວຽດນາມ, ປະທານປະເທດ ສສ ຫວຽດນາມ, ລັດຖະບານ ສສ ຫວຽດນາມ, ແນວໂຮມປະເທດຊາດ ຫວຽດນາມ, ຄະນະຈັດຕັ້ງພິທີງານສົບ ແລະ ຄອບຄົວທ່ານອະດີດເລຂາທິການໃຫຍ່ ໂດ໊ເມື່ອຍ ຂໍຝາກຄຳຂອບໃຈຢ່າງຈິງໃຈເຖິງ:

-      ພໍ່ແມ່ປະຊາຊົນ, ບັນດາສະຫາຍ

-      ບັນດານັກຮົບປະຕິວັດຜູ້ອາວຸໂສ;

-      ບັນດານັກປັນຍາຊົນ, ນັກຮຽນຮູ້, ຜູ້ມີຍົດຖາບັນດາສັກ;

-      ບັນດາອົງການ, ໝູ່ຄະນະ, ທ້ອງຖິ່ນ, ຫົວໜ່ວຍ;

-      ບັນດາກຳລັງປະກອບອາວຸດປະຊາຊົນ;

-      ອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນນະຄອນຮ່າໂນ້ຍ, ນະຄອນໂຮ່ຈີມິນ;

-      ບັນດາອົງການທຸຕານຸທູດ, ອົງການຕາງໜ້າ ແລະ ເພື່ອນມິດສາກົນ;

ທີ່ໄດ້ສົ່ງໂທລະເລກ, ພວງມາລາ, ເຂົ້າຮ່ວມພິທີໄວ້ອາໄລ, ພິທີໄວ້ອາໄລເຄົາລົບສົບ, ພິທິປົງສົບທ່ານ ໂດ໊ເມື່ອຍ, ອະດີດເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ; ອະດີດປະທານສະພາລັດຖະມົນຕີ (ປະຈຸບັນແມ່ນນາຍົກລັດຖະມົນຕີ) ປະເທດ ສສ ຫວຽດນາມ; ອະດີດທີ່ປຶກສາຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ