ຄ່ຳ​ຄືນ​ວັດ​ທະ​ນະ​ທຳ ຫວຽດ​ນາມ ຮັດ​ແໜ້ນ​ສາຍ​ພົວ​ພັນ ຝ​ລັ່ງ - ຫວຽດ​ນາມ

(VOVWORLD) - ການຈັດຕັ້ງງານບຸນ “ຄ່ຳຄືນວັດທະນະທຳ ຫວຽດນາມ” ເປັນການພິສູດໃຫ້ເຫັນສາຍພົວພັນທີ່ແໜ້ນແຟ້ນ ແລະ ຄວາມປາດຖະໜາລວມຂອງສອງຝ່າຍໃນການໂຄສະນາພື້ນຖານວັດທະນະທຳຂອງສອງປະເທດ. 
ຄ່ຳ​ຄືນ​ວັດ​ທະ​ນະ​ທຳ ຫວຽດ​ນາມ ຮັດ​ແໜ້ນ​ສາຍ​ພົວ​ພັນ ຝ​ລັ່ງ - ຫວຽດ​ນາມ - ảnh 1ທ່ານລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ຫງວຽນວັນຮຸ່ງ ກ່າວຄຳເຫັນທີ່ພິທີ (ພາບ: VOV)

ໃນຂອບເຂດສັບປະດາວັດທະນະທຳ ແລະ ການທ່ອງທ່ຽວ ຫວຽດນາມ ຢູ່ ຝລັ່ງ (11-19/11), ວັນທີ 18 ພະຈິກ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໄດ້ສົມທົບກັບສະຖານທູດ ຫວຽດນາມ ປະຈຳ ຝລັ່ງ ຈັດ “ຄ່ຳຄືນວັດທະນະທຳ ຫວຽດນາມ” ສະເຫຼີມສະຫຼອງ 50 ປີ ແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ແລະ 10 ປີ ແຫ່ງວັນສ້າງຕັ້ງສາຍພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ຝລັ່ງ.

ກ່າວຄຳເຫັນທີ່ພິທີ, ທ່ານ Jérémy Bacchi, ສະມາຊິກສະພາສູງ ແລະ ຜູ້ຕາງໜ້າພັກຄອມມູນິດ ຝລັ່ງ (PCF), ໄດ້ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ບັນດາມໍລະດົກປະຫວັດສາດ ເຊິ່ງປະທານ ໂຮ່ຈີມິນ ໄດ້ປະໄວ້ໃຫ້ ແລະ ບົດບາດຂອງປະທານໂຮ່ຈີມິນ ໃນການສ້າງຕັ້ງພັກຄອມມູນິດ ຝລັ່ງ. ທ່ານສະມາຊິກສະພາສູງ ໃຫ້ຮູ້ວ່າ ການຈັດຕັ້ງງານບຸນ “ຄ່ຳຄືນວັດທະນະທຳ ຫວຽດນາມ” ເປັນການພິສູດໃຫ້ເຫັນສາຍພົວພັນທີ່ແໜ້ນແຟ້ນ ແລະ ຄວາມປາດຖະໜາລວມຂອງສອງຝ່າຍໃນການໂຄສະນາພື້ນຖານວັດທະນະທຳຂອງສອງປະເທດ. ທ່ານກ່າວວ່າ:

“ຂ້າພະເຈົ້າຮູ້ສຶກພາກພູມໃຈຕໍ່ໄລຍະ 50 ປີແຫ່ງການຮ່ວມມືສອງຝ່າຍ ຝລັ່ງ - ຫວຽດນາມ. ສອງປະເທດ,  2 ຊາດ ໄດ້ພັດທະນາສາຍພົວພັນຢ່າງເລິກເຊິ່ງ ດ້ວຍບັນດາການຮ່ວມມືດ້ານເສດຖະກິດ ແລະ ວັດທະນະທຳທີ່ຫຼາກຫຼາຍຮູບແບບ. ສາຍໄຍເຊື່ອມຕໍ່ສາຍພົວພັນສອງຝ່າຍກໍນັບມື້ນັບໝັ້ນແກ່ນໃນ 50 ປີ ຜ່ານມາ. ປີ 2023 ແມ່ນໂອກາດຈັດຫຼາຍກິດຈະກຳແລກປ່ຽນວັດທະນະທຳລະຫວ່າງສອງຝ່າຍ ແລະ ຄ່ຳຄືນ “ວັດທະນະທຳ ຫວຽດນາມ” ກໍ່ເປັນການພິສູດໃຫ້ເຫັນຜົນສຳເລັດຂອງນ້ຳໃຈມິດຕະພາບສອງຝ່າຍປະເທດ”.

ແອັງຕວັນ, ແມ້ງຮ່າ - ນັກຂ່າວ VOV ປະຈຳ ຝລັ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ