ຄ່ຳ​ຄືນ​ສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນ​ຮັບ​ປີ​ໃໝ່, ກ່ຳ​ປັ່ນ​ຕຳຫຼວດລຳ​ຕ່າງໆ ກຽມ​ພ້ອມ​ປະ​ຈຳ​ການ​ຢູ່​ເຂດ​ທະ​ເລ​ຕ່າງໆ

(VOVWORLD) -  ເຖິງວ່າເງື່ອນໄຂອາກາດຢູ່ທະເລມີການປ່ຽນແປງບໍ່ເປັນປົກກະຕິກໍຕາມ, ແຕ່ພະນັກງານ, ນັກຮົບທຸກຄົນ ລ້ວນແຕ່ມີສຸຂະພາບເຂັ້ມແຂງ, ມີແນວຄິດອູນອຽນທຸ່ນທ່ຽງ, ກຽມພ້ອມປະຈຳການຢູ່ທຸກເຂດທະເລ.
ຄ່ຳ​ຄືນ​ສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນ​ຮັບ​ປີ​ໃໝ່, ກ່ຳ​ປັ່ນ​ຕຳຫຼວດລຳ​ຕ່າງໆ ກຽມ​ພ້ອມ​ປະ​ຈຳ​ການ​ຢູ່​ເຂດ​ທະ​ເລ​ຕ່າງໆ - ảnh 1ການກວດກາ ແລະ ອວຍພອນປີໃໝ່ພະນັກງານ, ນັກຮົບທີ່ພວມປະຕິບັດໜ້າທີ່ຢູ່ກອງບັນຊາການ ແລະ ໃນກ່ຳປັ່ນລຳຕ່າງໆທີ່ປະຈຳການຍາມບຸນເຕັດຢູ່ທຸກເຂດທະເລ, ໝູ່ເກາະດ້ວຍຮູບແບບທາງໄກ (ພາບ: VOV)

ຕອນຄ່ຳວັນທີ 9 ກຸມພາ, ໃນຈຸດເວລາສຸດທ້າຍຂອງປີແມວ (ປີເຖາະ), ກອງບັນຊາການຕຳຫຼວດທະເລ ຫວຽດນາມ ໄດ້ກວດກາຄວາມພ້ອມຕໍ່ສູ້, ອວຍພອນປີໃໝ່ພະນັກງານ, ນັກຮົບທີ່ພວມປະຕິບັດໜ້າທີ່ຢູ່ກອງບັນຊາການ ແລະ ໃນກ່ຳປັ່ນລຳຕ່າງໆທີ່ປະຈຳການຍາມບຸນເຕັດຢູ່ທຸກເຂດທະເລ, ໝູ່ເກາະດ້ວຍຮູບແບບທາງໄກ.

        ລາຍງານສະພາບການປະຕິບັດໜ້າທີ່ກ່ອນບຸນປີໃໝ່ປະຈຳຊາດມາຮອດປັດຈຸບັນ, ຜູ້ບັນຊາການກ່ຳປັ່ນລຳຕ່າງໆທີ່ພວມປະຕິບັດໜ້າທີ່ນັ້ນ ຕາງກໍຍົກສູງຄວາມຕັດສິນໃຈ, ນ້ຳໃຈຄວາມຮັບຜິດຊອບໃນການປະຕິບັດໜ້າທີ່ເຊິ່ງຕົນໄດ້ຮັບການມອບໝາຍ. ເຖິງວ່າເງື່ອນໄຂອາກາດຢູ່ທະເລມີການປ່ຽນແປງບໍ່ເປັນປົກກະຕິກໍຕາມ, ແຕ່ພະນັກງານ, ນັກຮົບທຸກຄົນ ລ້ວນແຕ່ມີສຸຂະພາບເຂັ້ມແຂງ, ມີແນວຄິດອູນອຽນທຸ່ນທ່ຽງ, ກຽມພ້ອມປະຈຳການຢູ່ທຸກເຂດທະເລ.

        ກ່ອນໜ້ານັ້ນ, ກອງບັນຊາການຕຳຫຼວດທະເລ ກໍ່ໄດ້ຈັດລາຍການພົບປະແລກປ່ຽນ, ອວຍພອນປີໃໝ່ພະນັກງານ, ນັກຮົບທີ່ພວມປະຈຳການຢູ່ສຳນັກງານກອງບັນຊາການ.


ຕອບກັບ

ຂ່າວ/ບົດ​ອື່ນ