ຄ່ຳ​ຄືນສະ​ແດງ​ສິ​ລະ​ປະມິດ​ຕະ​ພາບ ລ​ະ​ຫວ່າງ ຫວຽດ​ນາມ - ອິນ​ໂດ​ເນ​ເຊຍ

(VOVWORLD) - ເຂົ້າຮ່ວມລາຍການ, ບັນດາຜູ້ຊົມ ໄດ້ຮັບຊົມບັນດາລາຍການສະແດງສິລະປະທີ່ພົ້ນເດັ່ນ ແລະ ເຂັ້ມຂຸ້ນໄປດ້ວຍສີສັນວັດທະນະທຳຂອງ ຫວຽດນາມ ແລະ ອິນໂດເນເຊຍ.
ຄ່ຳ​ຄືນສະ​ແດງ​ສິ​ລະ​ປະມິດ​ຕະ​ພາບ ລ​ະ​ຫວ່າງ ຫວຽດ​ນາມ - ອິນ​ໂດ​ເນ​ເຊຍ - ảnh 1 ລາຍການສະແດງສິລະປະທີ່ຄ່ຳຄືນ

ຕ່ອນຄ່ຳວັນທີ 16 ພະຈິກ, ຢູ່ໂຮງລະຄອນໃຫຍ່ ຮ່າໂນຍ ໄດ້ດຳເນີນລາຍການສະແດງສິລະປະດ້ວຍຫົວຂໍ້ວ່າ “ຄ່ຳຄືນມິດຕະພາບ  ຫວຽດນາມ ແລະ ອິນໂດເນເຊຍ” ເນື່ອງໃນໂອກາດສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງ ຫວຽດນາມ - ອິນໂດເນເຊຍ (1955 - 2020) ໂດຍສະຖານທູດ ອິນໂດເນເຊຍ ປະຈຳ ຫວຽດນາມ ສົມທົບກັບກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ຫວຽດນາມ ຈັດຕັ້ງ ໂດຍມີການເຂົ້າຮ່ວມຂອງຜູ້ຕາງໜ້າບັນດາຂະແໜງການ, ອົງການທີ່ມີໜ້າທີ່ຮັບຜິດຊອບ ຫວຽດນາມ, ຜູ້ຕາງໜ້າກະຊວງການຕ່າງປະເທດ ຫວຽດນາມ…

ກ່າວຄຳເຫັນໄຂລາຍການ, ທ່ານ Ibnu Hadi ເອກອັກຄະລັດຖະທູດ ອິນໂດເນເຊຍ ປະຈຳ ຮ່າໂນ້ຍໃຫ້ຮູ້ວ່າ:

ລາຍການຄ່ຳຄືນມິດຕະພາບ ຫວຽດນາມ - ອິນໂດເນເຊຍເພື່ອແນໃສ່ສະແດງໃຫ້ເຫັນການພົວພັນອັນດີງາມ ທີ່ໄດ້ສ້າງຕັ້ງຂຶ້ນມາເປັນເວລາ ກ່ວາ 60 ປີ ລະຫວ່າງ ສອງປະເທດ ພວກເຮົາ. ໃນບັນດາປະເທດ ອາຊຽນ, ອິນໂດເນເຊຍ ແມ່ນປະເທດທຳອິດສ້າງຕັ້ງການພົວພັນທາງການທູດ ກັບ ຫວຽດນາມ ແລະ ແມ່ນປະເທດ ທີ 11 ໃນໂລກຢັ້ງຢືນວ່າ ຫວຽດນາມ ແມ່ນປະເທດເອກະລາດ.”

ຕອບກັບ

ຂ່າວ/ບົດ​ອື່ນ