ຄຳຕັດສິນຂອງPCAແມ່ນການສົ່ງເສີມສຳລັບຄວາມມານະພະຍາຍາມແກ້ໄຂບັນດາຄວາມຂັດແຍ້ງກັນໃນການເດີນເຮືອ

(vovworld) – ​ວັນ​ທີ 14/7, ທ່ານ​ປະທານາທິບໍດີ ຟີ​ລິບ​ປິນ Rodrigo Duterte ​ໃຫ້​ຮູ້​ວ່າ: ທ່ານຈະ​ສົ່ງ​ທ່າ

ຄຳຕັດສິນຂອງPCAແມ່ນການສົ່ງເສີມສຳລັບຄວາມມານະພະຍາຍາມແກ້ໄຂບັນດາຄວາມຂັດແຍ້ງກັນໃນການເດີນເຮືອ - ảnh 1
(ພາບປະກອບຈາກ EPA/TTXVN)

ນ​ອະ​ດີດ​ປະທານາທິບໍດີ Fidel Ramos ​ໄປ​ຍັງ ຈີນ ​ເພື່ອ​ເຈລ​ະຈາ, ພາຍຫຼັງ​ສານ​ອະນຸຍາ​ໂຕ​ຕຸລາການ (PCA) ຢູ່​ລາ​ໄຮ (ປະ​ເທດ ​ໂຮ​ນລັງ) ​ໄດ້​ອອກ​ຄຳ​ຕັດສິນ​ກ່ຽວ​ກັບ​​ເລື່ອງ ຟີ​ລິບ​ປ​ິນ ຟ້ອງ​ຮ້ອງ ຈີນ ກ່ຽວຂ້ອງ​ເຖິງ​ການ​ຂັດ​ແຍ້​ງກັນ​ຢູ່ທະ​ເລ​ຕາ​ເວັນ​ອອກ, ຕາມ​ນັ້ນ​ແລ້ວ ​ໄດ້​ປະ​ຕິ​ເສດ​ບັນດາ​ຄຳຮ​ຽກສິດອະທິປະ​ໄຕ​ຂອງ ປັກ​ກິ່ງ ຢູ່​ເຂດ​ທະ​ເລ​ນີ້. ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມ​ຢູ່ ວິທະຍາ​ໄລ San Beda, ທ່ານ​ປະທາ​ນາ​ທິບໍດີ Duterte ​ເວົ້າ​ວ່າ ສົງຄາມ​ບໍ່​ແມ່ນ​ການ​ເລືອກ​ເຟັ້ນ, ດັ່ງ​ນັ້ນ​ທ່ານ​ຢາກ​ດຳ​ເນີນ​ການ​ເຈລະຈາ​ສັນຕິພາບ.

        ວັນ​ທີ 14/7, ສຳນັກ​ຂ່າວສານ Kyodo (ປະ​ເທດ ຍີ່ປຸ່ນ) ​ໄດ້​ໃຫ້​ຂ່າວ​ວ່າ: ​ໃນ​ວັນ​ດຽວ​ກັນ, ກຳລັງ​ປ້ອງ​ກັນ​ທະ​ເລ ຈີນ ​ໄດ້​ກີດ​ຂວາງ​ບໍ່​ໃຫ້​ບັນດາ​ຊາວ​ປະມົງ ຟີ​ລິບ​ປິນ ​​ເຂົ້າ​ຫາດ Scarborough ຢູ່​ທະ​ເລ​ຕາ​ເວັນ​ອອກ ​ໂດຍ​ບໍ່​ຫົວຊາ​ຕໍ່​ຄຳ​ຕັດສິນ​ຂອງ​ສານ PCA.

        ​ແລ​ະກໍ່​ໃນ​ວັນ​ທີ​ 14/7, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ລັ​ດ​ເຊຍ ທ່ານ​ນາງ Maria Zakharova ​ໄດ້​ອອກ​ຖະ​ແຫຼ​ງການ​ເນັ້ນ​ໜັກ​ຫຼັກ​ໝັ້ນ “ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ ​ແລະ ບໍ່​ປ່ຽນ​ແປງ” ຂອງ​ມົດ​ສະ​ກູ, ​ຕາມ​ນັ້ນ​ແລ້ວ, ບັດ​ດາ​ຝ່າຍ​ກ່ຽວຂ້ອງ​ເຖິງ​ການ​ຂັດ​ແຍ້​ງກັນຢູ່​ທະ​ເລ​ຕາ​ເວັນ​ອອກ ຕ້ອງ​ເຄົາລົບ​ຫຼັກການ​ບໍ່​ນຳ​ໃຊ້​ກຳລັງ​ອາວຸດ ​ແລະ ສືບ​ຕໍ່​ຊອກ​ຫາ​ມາດ​ຕະການ​ດ້ານການ​ເມືອງ - ກາ​ນທູດ ບົນ​ພື້ນຖານ​ກົດໝາຍ​ສາກົນ​ຢ່າງ​ເຂັ້ມ​ງວດ, ກ່ອນ​ອື່ນ​ໝົດ​ແມ່ນ​ສົນທິສັນຍາ ສປຊ ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ ປີ 1982 (UNCLOS).

        ວັນ​ທີ 14/7, ທ່ານ Greg Polin, ຜູ້ອຳນວຍການ​ໂຄງການ​ກະຈ່າງ​ແຈ້ງ ​ໃນ​ການ​ເດີນ​ເຮືອ ອາຊີ ຂຶ້ນ​ກັບ​ສູນ​ຄົ້ນ​ຄ້ວາຍຸ​ດທະ​ສາດ ​ແລະ ສາກົນ (CSIS) ມີ​ສຳນັກງານ​ຢູ່ ວໍ​ຊີງ​ຕັນ (ອາ​ເມ​ລິ​ກາ) ​ໃຫ້​ຂໍ້​ສັງ​ເກ​ດ​ວ່າ: ຄຳ​ຕັດສິນ​ຂອງ PCA ສ້າງ​ຄວາມ​ສົ່ງ​ເສີມ​ໃນ​ການ​ແກ້​ໄຂ​ການ​ຂັດ​ແຍ້​ງກັນ​ຢູ່​ເຂດ​ທະ​ເລ​ນີ້.

        ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ໜັງສື​ພິມ ​ພາກ​​ໃຕ້​ເຢຍລະ​ມັນ (SZ) ​ໃຫ້​ຮູ້​ວ່າ: ຈີນ ພວ​ມນາບ​ຂູ່​ຫຼາຍ​ປ​ະ​ເທດ​​ເຊິ່​ງ​ແມ່ນ​ສະມາຊິກ ສະຫະພາບ ​ເອີ​ລົບ (ອີ​ຢູ) ທີ່ກ່ຽວຂ້ອງ​ເຖິງ​ຄຳ​ຕັດສິນ​ຂອງ PCA.


ຂ່າວ/ບົດ​ອື່ນ