ຄຳ​ຕັດ​ສິນ​ຂອງ​ສານກຳ​ມະ​ກາ​ນ​ສາ​ກົນ ຕ້ອງ​ໄດ້​ຮັບ​ຄວາມ​ເຄົາ​ລົບ

(VOVWORLD) -ທ່ານລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ Motegi ຢັ້ງຢືນຄຳຕັດສິນຂອງສານກຳມະການ ແມ່ນຄຳຕັດສິນສຸດທ້າຍ ແລະ ມີລັກສະນະຜູກມັດດ້ານນິຕິກຳຕໍ່ບັນດາຝ່າຍທີ່ມີການຂັດແຍ້ງກັນ ຕາມບັນດາຂໍ້ກຳນົດຂອງສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982
ຄຳ​ຕັດ​ສິນ​ຂອງ​ສານກຳ​ມະ​ກາ​ນ​ສາ​ກົນ ຕ້ອງ​ໄດ້​ຮັບ​ຄວາມ​ເຄົາ​ລົບ - ảnh 1ການກໍ່ສ້າງຜິດກົດໝາຍຂອງ ຈີນ ຢູ່ທະເລຕາເວັນອອກ (ພາບ:  Reuters)

ວັນທີ 12 ກໍລະກົດ, ບັນດາປະເທດໄດ້ອອກຖະແຫຼງການຢັ້ງຢືນ ຄຸນຄ່ານິຕິກຳ ແລະ ຄວາມສຳຄັນ ຂອງ ຄຳຕັດສິນຂອງສານ ໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ພັດທະນາໃນພາກພື້ນທະເລຕາເວັນອອກ. ທ່ານລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ Atony Blinken ໄດ້ເນັ້ນໜັກເຖິງຄວາມເປັນລະບຽບຮຽບຮ້ອຍໃນການເດີນເຮືອ ໂດຍອີງໃສ່ກົດໝາຍ ທີ່ພວມປະສົບກັບສິ່ງທ້າທາຍໃຫຍ່ ຢູ່ທະເລຕາເວັນອອກເໜືອກ່ວາບໍ່ວ່າພາກພື້ນໃດໃນໂລກ. ຍ້ອນວ່າ ຈີນ ສືບຕໍ່ກົດດັນ ແລະ ນາບຂູ່ເຖິງບັນດາປະເທດທີ່ຕິດກັບທະເລຢູ່ ອາຊີຕາເວັນອອກສ່ຽງໃຕ້, ນາບຂູ່ຄວາມເສລີໃນການເດີນເຮືອຢູ່ເສັ້ນທາງທົ່ວໂລກສຳຄັນນີ້.

        ໃນຂະນະນັ້ນ, ລັດຖະບານ ການາດາ ກໍ່ສະແດງຄວາມວິຕົກກັງວົນເປັນພິເສດ ຕໍ່ໜ້າບັນດາການກະທຳປິນຂັ້ນໄດຂອງ ຈີນ. ການາດາ ໄດ້ຮຽກຮ້ອງໃຫ້ບັນດາປະເທດຕ້ອງປະຕິບັດຕາມຄຳໝັ້ນສັນຍາ ໃນຖະແຫຼງການກ່ຽວກັບການປະພຶດຂອງ ບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ປີ 2002 ພ້ອມທັງຮຽກຮ້ອງໃຫ້ທຸກຝ່າຍໃນພາກພື້ນຕ້ອງສະແດງຄວາມລະງັບໃຈ ແລະ ຫຼີກລ້ຽງການກະທຳແບບພຽງລຳພັງຝ່າຍດຽວ, ຍ້ອນວ່າສິ່ງນີ້ຈະເຮັດໃຫ້ຄວາມເຄັ່ງຕຶງຮ້າຍແຮງຂຶ້ນຕື່ມ ແລະ ນາບຂູ່ເຖິງສະຖຽນລະພາບຢູ່ທະເລຕາເວັນອອກ.

        ຢູ່ຍີ່ປຸ່ນ, ໃນຖະແຫຼງການທີ່ໄດ້ຍົກອອກມາໃນວັນທີ 12 ກໍລະກົດ, ທ່ານລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ Motegi ຢັ້ງຢືນຄຳຕັດສິນຂອງສານກຳມະການ ແມ່ນຄຳຕັດສິນສຸດທ້າຍ ແລະ ມີລັກສະນະຜູກມັດດ້ານນິຕິກຳຕໍ່ບັນດາຝ່າຍທີ່ມີການຂັດແຍ້ງກັນ ຕາມບັນດາຂໍ້ກຳນົດຂອງສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982, ບັນດາຝ່າຍທີ່ກ່ຽວຂ້ອງຕ້ອງປະຕິບັດຕາມຄຳຕັດສິນຂອງສານ. ເລື່ອງ ຈີນ ຖະແຫຼງບໍ່ປະຕິບັດຕາມຄຳຕັດສິນຂອງສານ ແມ່ນໄປຝືນກັບຫຼັກການແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ ທີ່ສອດຄ່ອງກັບກົດໝາຍສາກົນ, ລະອຽດແມ່ນ UNCLOS ແລະ ເຮັດໃຫ້ອຳນາດກົດໝາຍຄືຄຸນຄ່າພື້ນຖານຂອງປະຊາຄົມສາກົນ ຖືກຫຼຸດລົງ. ຍີ່ປຸ່ນ ຫວັງວ່າ ເລື່ອງບັນດາຝ່າຍປະຕິບັດຄຳຕັດສິນຂອງສານ ຈະພາໄປເຖິງການແກ້ໄຂບັນດາການຂັດແຍ້ງກັນຢູ່ທະເລຕາເວັນອອກໂດຍສັນຕິວິທີ.

        ທ່ານນາງລັດຖະມົນຕີກະຊວງການຕ່າງປະເທດ ອົດສະຕາລີ Marise Payne ໄດ້ຢັ້ງຢືນວ່າ ລັດຖະບານອົດສະຕາລີ ໄດ້ຮຽກຮ້ອງບັນດາຝ່າຍເຂົ້າຮ່ວມການປະຕິບັດຕາມຄຳຕັດສິນຂອງສານຢ່າງຕໍ່ເນື່ອງ ຍ້ອນວ່ານີ້ແມ່ນ ຄຳຕັດສິນສຸດທ້າຍ ແລະ ມີຄຸນຄ່າຜູກມັດສຳລັບທັງ ຈີນ ແລະ ຟີລິບປິນ.

ຕອບກັບ

ຂ່າວ/ບົດ​ອື່ນ