ຄຳຕັດສິນຂອງສານອະນຸຍາໂຕຕຸລາການແມ່ນພື້ນຖານເພື່ອເຈລະຈາກັບຈີນ

ຄຳຕັດສິນຂອງສານອະນຸຍາໂຕຕຸລາການແມ່ນພື້ນຖານເພື່ອເຈລະຈາກັບຈີນ - ảnh 1
ປະທານາທິບໍດີ​ຟີ​ລິບ​ປິນ Rodrigo Duterte ແລະ
​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ John Kerry

(vovworld) - ​ທີ່​ການ​ພົບ​ປະ​ກັບ​ທານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ John Kerry, ​ໃນ​ວັນ​ທີ 27/7, ຢູ່​ນະຄອນຫຼວງ ມາ​ນີລາ, ປະທານາທິບໍດີ​ຟີ​ລິບ​ປິນ Rodrigo Duterte ​ໄດ້​ຢືນຢັນ​ວ່າ, ຄຳ​ຕັດສິນ​ໃນ​ວັນ​ທີ 12/7 ຜ່ານ​ມາ​ຂອງ ສານ​ອະນຸຍາ​ໂຕ​ຕຸລາການ ຢູ່​ LaHay ປະ​ເທດ​ຮອນ​ລັງ ທີ່​ກ່ຽວຂ້ອງ​ເຖິງ​ກໍລະນີຟ້ອງ​ຮ້ອງ​ລະຫວ່າງ ຟີ​ລິນ​ປິນ ​ແລະ ຈີນ ກ່ຽວ​ກັບ​ການ​ຂັດ​ແຍ້​ງຜືນ​ແຜ່ນດິນ. ປະທານາທິບໍດີ​ຟີ​ລິບ​ປິນ ກໍ່​ໃຫ້​ຮູ້​ວ່າ, ຟີ​ລິບ​ປິນຈະ​ເລີ່​ມຕົ້ນ​ບໍ່​ວ່າການ​ເຈລະຈາ​ໃດໆ ດ້ວຍ​ຄຳ​ຕັດສິນ​ຂອງສານ​ອະນຸຍາ​ໂຕ​ຕຸລາການ. ​ໃນ​ການ​ພົບ​ປະ​ກັບ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ, ຄຽງ​ຂ້າງ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ສອງ​ຝ່າຍ​ຍັງ​ປຶກສາ​ຫາລື​ຫຼາຍ​ບັນຫາ​ອື່ນໆ​ທີ່​ກ່ຽວຂ້ອງ​ອີກ​ດ້ວຍ.
ຂ່າວ/ບົດ​ອື່ນ