ຄຳຖະແຫລງຂອງໂຄສົກກະຊວງການຕ່າງປະເທດ ຫວຽດນາມ

ຄຳຖະແຫລງຂອງໂຄສົກກະຊວງການຕ່າງປະເທດ ຫວຽດນາມ - ảnh 1
ທ່ານ Luong Thanh Nghi ​ໂຄສົກ​ກະຊວງ​ການ​ຕ່າງປ​ະ​ເທດ ຫວຽດນາມ
ພາບ:nongdan24g.com


(vovword) - ຕໍ່ຫນ້າ​ເຫດການ ວັນ​ທີ 23/6 ​ບໍລິສັດ​​ໃຫຍ່ນ້ຳມັນ​ອາຍ​ແກ​ສມະຫາ​ສະມຸດ ຈີນ ປະກາດ​ເປີດການ​ປະມູນ​ສາກົນ ຢູ່ ບໍ່​ນ້ຳມັນ​ອາຍ​ແກ​ສ 9 ​ແຫ່ງ​ໃນ​ຂອບ​ເຂດ​ຂອງ​ເຂດ​ເສດຖະກິດ​ພິ​ເສດ ​ແລະ ​ໄຫລ່​ທະວີບ ຂອງ ຫວຽດນາມ, ວັນ​ທີ 26/6/2012, ທ່ານ Luong Thanh Nghi ​ໂຄສົກ​ກະຊວງ​ການ​ຕ່າງປ​ະ​ເທດ ຫວຽດນາມ ຊີ້​ແຈງ​ວ່າ: ກ່ອນ​ອື່ນ​ໝົດ​ຕ້ອງ​ຢືນຢັນ​ວ່າ: ບໍລິ​ເວນ​ຊຶ່ງ​ ບໍລິສັດ​​ໃຫຍ່ນ້ຳມັນ​ອາຍ​ແກ​ສມະຫາ​ສະມຸດ ຈີນ ປະກາດ​ເປີດການ​ປະມູນ​ສາກົນ ​ແມ່ນ​ຕັ້ງ​ຢູ່​ໃນເຂດ​ເສດຖະກິດ​ພິ​ເສດ 200 ​ໄມທະ​ເລ ​ແລະ ​ໄຫລ່​ທະວິບຂອງ ຫວຽດນາມ ຕາມ​ສົນ​ທິສັນຍາ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ທະ​ເລ​ປີ 1982. ນີ້​ບໍ່​ແມ່ນ​ເຂດ​ທີ່​ເກິດການ​ພິພາດ​ກັນ. ​ເລື່ອງ​ຝ່າຍ​ຈີນ ປະກາດ​ເປີດການ​ປະມູນສາກົນ​ຢູ່​ເຂດ​ເສດຖະກິດ​ພິ​ເສດ ​ແລະ ​ໄຫລ່​ທະວີບ ຂອງ​ຫວຽດນາມ ​ແມ່ນ​ການ​ກະທຳ​ທີ່​ຜິດ​ກົດໝາຍ ​ແລະ ບໍ່​ມີ​ຄຸນຄ່າ, ​ລະ​ເມີດ​ຢ່າງຮ້າຍແຮງຕໍ່ອະທິປະ​ໄຕ, ສິດ​ຕັດສິນ ​ແລະ ຜົນ​ປະ​ໂຫຍ​ດ​​ແຫ່ງ​ຊາດ​ອັນ​ຊອບ​ທຳ​ຂອງ ຫວຽດນາມ, ລະ​ເມີດ​ສົນທິສັນຍາ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ທະ​ເລ​ປີ 1982 ​ຊຶ່ງ​ຈີນ​​ແມ່ນ​ປະ​ເທດສະມາຊິກ​, ​ເຮັດ​ໃຫ້​ສະພາບ​ການ​ສັບສົນ​ຂຶ້ນ​ຕື່ມ ​ແລະ ກໍ​ຄວາມ​ເຄັ່ງ​ຕືງຢູ່​ເຂດ​ທະ​ເລ​ຕາ​ເວັນ​ອອກ. ຫວຽດນາມ ຄັດຄ້ານຢ່າງ​ແຮງ​ຕໍ່​ການ​ກະທຳດັ່ງກ່າວ​ຂອງ​ຈີນ ​ແລະ ສະ​ເຫ​ນີ​ໃຫ້​ຝ່າຍ​ຈີນ ຕ້ອງ​ຍົກ​ເລີກການປະກາດເປີດ​ການ​ປະມູນ​ຢ່າງ​ຜິດພາດ​ດັ່ງກ່າວ, ບໍ່​​ເຮັດໃຫ້​ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ສັບສົນ​ຂຶ້ນ​ຕື່ມ ​ແລະ ​ເປີດ​ກວ້າງ​ການ​ພິ​ພາດ, ​ປະຕິ​ດບັດ​ຕາມ​ຂໍ້​ຕົກລົງ​ກ່ຽວ​ກັບ​ບັນດາ​ຫລັກການ​ພື້ນຖານຢ່າງ​ເຂັ້ມ​ງວດ ​​ເພື່ອ​ຊີ້​ນຳ​ແກ້​ໄຂ​ບັນຫາ​ບົນ​ທະ​ເລ ຫວຽດນາມ ​ແລະ ຈີນ, ​ເຄົາລົບ​ກົດໝາຍ​ສາກົນ ​ເປັນ​ຕົ້ນ​ແມ່ນ​ສົນທິສັນຍາ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ທະ​ເລ​ປີ 1982 ​ແລະ ​ເນື້ອ​​ໃນ​ຈິດ​ໃຈ​ຂອງ​ຖະ​ແຫລ​ງການ​ກ່ຽວກັບການປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ.

ຂ່າວ/ບົດ​ອື່ນ