ຄ້ຳປະກັນດ້ານສະບຽງອາຫານແລະເຈລະຈານະໂຍບາຍຂັ້ນສູງກ່ຽວກັບການຄ້ຳປະກັນດ້ານສະບຽງອາຫານແລະກະສິກຳແບບຍືນຍົງ

(VOVWORLD) -ວັນທີ 24 ສິງຫາ, ສັບປະດາຄ້ຳປະກັນດ້ານສະບຽງອາຫານ ແລະ ເຈລະຈານະໂຍບາຍຂັ້ນສູງກ່ຽວກັບການຄ້ຳປະກັນດ້ານສະບຽງອາຫານແລະກະສິກຳແບບຍືນຍົງ ເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ສືບຕໍ່ມື້ເຮັດວຽກທີ 7

ຄ້ຳປະກັນດ້ານສະບຽງອາຫານແລະເຈລະຈານະໂຍບາຍຂັ້ນສູງກ່ຽວກັບການຄ້ຳປະກັນດ້ານສະບຽງອາຫານແລະກະສິກຳແບບຍືນຍົງ - ảnh 1 ເພີ່ມທະວີການຜະລິດທັນຍາຫານ ແລະ ດຳເນີນທຸລະກິດກະສິກຳແບບຍືນຍົງ

(ພາບ: TTXVN)

ດ້ວຍການເຈລະຈາລະຫວ່າງບັນດາລັດຖະມົນຕີບັນດາພື້ນຖານເສດຖະກິດສະມາຊິກ APEC ແລະ ບັນດາການນຳວິສາຫະກິດໃນພາກພື້ນກ່ຽວກັບການນຳໃຊ້ຊັບພະຍາກອນຢ່າງມີຄວາມຮັບຜິດຊອບ ເພື່ອເພີ່ມທະວີການຜະລິດທັນຍາຫານ ແລະ ດຳເນີນທຸລະກິດກະສິກຳແບບຍືນຍົງ. ທ່ານລັດຖະມົນຕີກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ເຈີ່ນຮົ່ງຮ່າ ໄດ້ເປັນປະທານການເຈລະຈາ. ມີຜູ້ ຕາງໜ້າບັນດາພື້ນຖານເສດຖະກິດ APEC ເຂົ້າຮ່ວມການເຈລະຈາປະມານ 150 ຄົນ. ນະທີ່ນີ້, ທ່ານລັດຖະມົນຕີ ເຈີ່ນຮົ່ງຮ່າ ໄດ້ຕີລາຄາສູງເລື່ອງຈັດຕັ້ງການເຈລະຈາຄັ້ງນີ້, ຊ່ວຍຢືນຢັນຄວາມຮັບຮູ້ລວມກ່ຽວກັບບົດບາດສຳຄັນຂອງປະຊາຄົມວິສາຫະກິດຢູ່ພາກພື້ນ ກໍຄືບັນດາຄຳໝັ້ນສັນຍາລວມກ່ຽວກັບການເພີ່ມທະວີການຮ່ວມມືລະຫວ່າງບັນດາຝ່າຍທີ່ກ່ຽວຂ້ອງກວ່າອີກ ໃນຄວາມມານະພະຍາຍາມຮັບມືກັບບັນດາບັນຫາລວມຄື: ການຄ້ຳປະກັນດ້ານສະບຽງອາຫານ, ສະພາບຂາດແຂນຊັບພະຍາກອນ ແລະ ຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດ.

        ແລະກໍໃນວັນດຽວກັນ, ໃນຂອບເຂດບັນດາການເຄື່ອນໄຫວຂອງ ສັບປະດາຄ້ຳປະກັນດ້ານສະບຽງອາຫານ ແລະ ການເຈລະຈາຂັ້ນສູງກ່ຽວກັບການຄ້ຳປະກັນດ້ານສະບຽງອາຫານແລະກະສິກຳແບບຍືນຍົງ ເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຢູ່ນະຄອນເກີນເທີໄດ້ ດຳເນີນເວທີປາໄສເຈລະຈານະໂຍບາຍລະຫວ່າງບັນດາລັດຖະມົນຕີ APEC ແລະ ຜູ້ອຳນວຍການໃຫຍ່ວິສາຫະກິດ ກ່ຽວກັບການນຳໃຊ້ແຫຼ່ງກຳລັງຢ່າງມີຄວາມຮັບຜິດຊອບ ເພື່ອຊຸກຍູ້ການຜະລິດ ແລະ ດຳເນີນທຸລະກິດກະສິກຳແບບຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ