ຄຳສັ່ງຢຸດຍິງຢູ່ຢູແກຼນຖືກລະເມີດ

ຄຳສັ່ງຢຸດຍິງຢູ່ຢູແກຼນຖືກລະເມີດ - ảnh 1
ບັນ​ດາ​ມື​ປືນ​ແຍກ​ຕົວ​ຢູ່​ທາງ​ທິດ​ຕາ​ເວັນ​ອອກ ຢູ​ແກຼນ ປະ​ຕິ​ບັດ​ໜ້າ​ທີ່​
ຢູ່ບ້ານ Frunze ຂຶ້ນ​ກັບ​ເຂດ Lugansk
. (ພາບ: AFP/TTXVN)

(​vovworld) – ວັນ​ທີ 13/4, ບົດ​ລາຍ​ງານ​ຂອງ​ບັນ​ດາ​ຜູ້​ສັງ​ເກດ​ການ​ອົງ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ ແລະ ຮ່ວມ​ມື ເອີ​ລົບ (OSCE) ໄດ້​ຮັບ​ຮູ້​ວ່າບັນ​ດາ​ການ​ປະ​ທະ​ກັນ​ດ້ວຍ​ກຳ​ລັງ​ປະ​ກອບ​ອາ​ວຸດໄດ້​ເກີດ​ຂຶ້ນ​ລະ​ຫວ່າງກອງ​ທັບ ແລະ ກຳ​ລັງ​ທະ​ຫານ​ລາດ​ທວງ​ເອົາ​ເອ​ກະ​ລາດ​ຢູ່​ທາງ​ທິດ​ຕ​າ​ເວັນ​ອອກ ຢູ​ແກຼນ, ໂດຍບໍ່​ຫົວ​ຊາ​ຕໍ່​ຄຳ​ສັ່ງ​ຢຸດ​ຍິງ​ທີ່​ໄດ້​ຮັບ​ການ​ລົງ​ນາມ​ເມື່ອ​ວັນ​ທີ 12/2. OSCE ໃຫ້​ຮູ້​ວ່າ: ບັນ​ດາ​​ກົມ​ກອງ​ປະ​ກອບ​ອາ​ວຸດ​ອາ​ສາ​ສະ​ໝັກ​ຂອງ ຢູ​ແກຼນ ບຸກ​ໂຈມ​ຕີເມື່ອ​ຂ້າມ​ເສັ້ນ​ຂີດ​ຂັ້ນ​ຢູ່​ເຂດ Jabunki, ຊານ​ນະ​ຄອນ Donetsk. ທັງ 2 ຝ່າຍ​ລ້ວນ​ແຕ່​ນຳ​ໃຊ້​ອາ​ວຸດ​ໜັກ. ບັນ​ດາ​ນັກ​ກວ​ດ​ກາ, OSCE ບໍ່​ສາ​ມາດເກ້ຍ​ກ່ອມ​ໃຫ້ 2 ຝ່າຍ​ຢຸດ​ຍິງ​ໄດ້. ຕໍ່​ໜ້າ​ສະ​ພາບ​ການ​ທີ່​ເປັນ​ໜ້າ​ວິ​ຕົກ​ວັງ​ວົນ​ດັ່ງ​ກ່າວ, ຜູ້​ນຳ​ໜ້າ​ຄະ​ນະ​ປະ​ຕິ​ບັດ​ງານ OSCE ປະ​ຈຳ ຢູ​ແກຼນ ທ່ານ Ertugrul Apakan ຮຽກ​ຮ້ອງ​ໃຫ້​ບັນ​ດາ​ຝ່າຍ​ຕ້ອງ​ລະ​ງັບ​ໃຈ​ຢ່າ​ງ​ສູງ​ສຸດ ແລະ ປະ​ຕິ​ບັດ​ບັນ​ດາ​ໜ້າ​ທ່​ີ​ຕາມ​ຂໍ້​ຕົກ​ລົງ Minsk.


ຂ່າວ/ບົດ​ອື່ນ