ຄຳສັ່ງຢຸດຍິງໃນທົ່ວປະເທດຊີຣີມີຜົນສັກສິດ

ຄຳສັ່ງຢຸດຍິງໃນທົ່ວປະເທດຊີຣີມີຜົນສັກສິດ - ảnh 1
(ພາບປະກອບ :EPA/TTXVN)

(vovworld) – ​ ​ ​​ເລີ່​ມ​ແຕ່ 0 ​ໂມງ​ວັນ​ມີ 30/12 ຕາມ​ເວລາ​ທ້ອງ​ຖິ່ນ (​ກົງ​ກັບ 5 ​ໂມງ​ເຊົ້າ​ວັນ​ທີ 30/12 ຕາມ​ເວລາ ຮ່າ​ໂນ້ຍ) ຄຳ​ສັ່ງ​ຢຸດ​ຍິງ​ໃນ​ທົ່ວ​​ເຂດ​ດິນ​ແດນ ຊີຣີ ມີ​ຜົນ​ສັກສິດ​ຢ່າງ​ເປັນ​ທາງ​ການ. ຂໍ້​ຕົກລົງ​ດັ່ງກ່າວບັນລຸ​ໄດ້​ລະຫວ່າງ​ລັດຖະບານ​ ຊີຣີ ​ແລະ ບັນດາ​ກຸ່ມ​ຝ່າຍ​ຄ້ານ ​ໂດຍ​ຜ່ານ​ຄວາມ​ເປັນ​ກາງຂອງ ລັດ​ເຊຍ ​ແລະ ຕວກກີ. ​ເຂົ້າ​ຮ່ວມ​ຂໍ້​ຕົກລົງ​ຢຸດ​ຍິງ​ນີ້ ມີ​ບັນດາ​ກຳລັງ​ລັດຖະບານ ຊີຣີ ​ແລະ 7 ກຸ່ມ​ກຳລັງ​ປະກອບ​ອາວຸດ​ຝ່າຍ​ຄ້ານ. ວົງ​ການ​ນັກ​ໄຈ້​ແຍກ​ສາກົນ​ສັງ​ເກດວ່າ ນີ້​ອາດ​ຈະ​ແມ່ນ​ບາດ​ລ້ຽວສຳຄັນ​ໃນ​ການ​ປະ​ທະ​ກັນ​ຢູ່​ ຊີຣີ ທີ່​ແກ່ຍາວ​ເກືອບ 6 ປີຜ່ານມາ.

        ກ່ອນ​ໜ້າ​ນັ້ນ, ກອງທັບ ຊີຣີ ຖະ​ແຫຼ​ງວ່າ ຈະ​ຢຸດ​ຕິ​ທຸກ​ການ​ເຄື່ອນ​ໄຫວ​ດ້ານ​ການ​ທະຫານ​ນັບ​ແຕ່ 0 ​ໂມງ​ວັນ​ທີ 30/12 ພາຍຫລັງ ລັດ​​ເຊຍ ປະກາດ​ວ່າ ລັດຖະບານ ຊີຣີ ​ແລະ ກຳລັງ​ລຸກ​ຮື້​ຂຶ້ນ​ໄດ້​ເຊັນ​ຂໍ້​ຕົກລົງ​ຢຸດ​ຍິງ​ສະບັບ​ໜຶ່ງ. ​ໃນ​ການ​ໂອ້​ລົມ​ທາງ​ໂທລະສັບ​ລະຫວ່າງທ່ານ​ປະທານາທິບໍດີ ຊີຣີ Bashar Al Assad ກັບ​ທ່ານ​ປະທານາທິບໍດີ ລັດ​ເຊຍ Vladimir Putin, ທ່ານ Assad ສະ​ແດງ​​ໃຫ້​ເຫັນ​ວ່າ ພ້ອມ​ແລ້ວ​ທີ່​ຈະ​ເຄົາລົບ​ຂໍ້​ຕົກລົງ​ຢຸດ​ຍິງ​ຢູ່ ຊີຣີ. ການ​ນຳ 2 ທ່ານ​ກໍ່​ເຫັນ​ດີ​ເປັນ​ເອກະສັນ​ເລື່ອງ​ຈັດ​ຕັ້ງ​ການ​ເຈລະຈາ​ກ່ຽວ​ກັບ​ອະນາຄົດ​ຂອງ ຊີຣີ ຢູ່ ນະຄອນຫລວງ Astana ຂອງ ກາ​ຊັກ​ສະຖານ ຈະ​ແມ່ນ​ບາດກ້າວ​ສຳຄັນ​ມຸ່ງ​ໄປ​ເຖິງ​ມາດ​ຕະການ​​ແກ້​ໄຂສຸດ​ທ້າຍ​ໃຫ້​ວິ​ກິດ​ການ​ຢູ່ ຊີຣີ.

 

ຂ່າວ/ບົດ​ອື່ນ