ຄຳສັ່ງຫ້າມຫາປາ ຂອງຈີນຢູ່ທະເລ ຕາເວັນອອກແມ່ນ ບໍ່ມີຄຸນຄ່າ


ຄຳສັ່ງຫ້າມຫາປາ ຂອງຈີນຢູ່ທະເລ ຕາເວັນອອກແມ່ນ ບໍ່ມີຄຸນຄ່າ - ảnh 1

ໂຄສົກ​ກະ​ຊວງການ​ຕ່ວງ​ປະ​ເທດ​ຫວຽ​ດນາມ

(ພາບ: .vnn)

 (vovworld)-  ຊາວ​ປະມົງ​ທາງ​ພາກ​ກາງ​ຫວຽດນາມ ​ໄດ້​ອອກສຽງ​ຄັດຄ້ານ​ຄຳ​ສັ່ງຫ້າມ​ຫາ​ປາຫວ່າງ​ແລ້ວ​ນີ້​ຂອງ​ຄະນະ​ກຳມະການປະຈຳ ປຊຊ ​ແຂວງ​ໄຫ່ໜານ ປະ​ເທດ​ຈີນ.

   ​ໃນ​ຊຸມ​ວັນ​ນີ້, ຊາວ​ປະມົງ​ຍັງ​ອອກ​ສູ່​ທະ​ເລ ​ຫຼື​ກະກຽມ​ການ​ອອກ​ສູ່​ທະ​ເລ​ຫາ​ປາ​ໃນ​ທ້າຍ​ປີ. ກຸງ​ດິງທູ (Củng Đình Thu) ຊາວ​ປະມົງ​ຢູ່​ບ້ານ​ໂຝອານ (Phổ An), ​ ຕາ​ແສງ​ເຫ​ງ້ຍອານ (Nghĩa An), ເມືອງຕື​ເຫ​ງ້ຍ (Tư Nghĩa), ​ແຂ​ວງກວາງ​ຫງ້າ​ຍ, ​ເຈົ້າຂອງ​ກຳ​ປັ່ນ QNg 92771 ຜູ້ຫາ​ກໍ່​ກັບ​ມາ​ຈາກ​ການ​ຫາ​ປາ​ຢູ່​ເຂດ​ທະ​ເລ​ເຈື່ອງຊາ  ​ໃຫ້​ຮູ້​ວ່າ: ຊາວ​ປະ​ມົງບໍ່​ສົນ​​ໃຈເຖິງຄຳ​ຮຽກຮ້ອງ​ທີ່​ໄຮ້​ເຫດຜົນ​ຂອງ​ຝ່າຍ​ຈີນ ​ແລະ ສືບ​ຕໍ່​ຫາ​ປາ​ຢູ່​ເຂດ​ທະ​ເລ​ຮ່ວາງ​ຊາ:

   “ຊາວ​ຫວຽດນາມ ຕ້ອງ​ຂໍອະນຸຍາດ​ຈີນ ​ໃຫ້​ຫາ​ປາ​ຢູ່ເຂດ​ນ່ານທະ​ເລ​ຂອງ​ຫວຽດນາມ ແມ່ນ​ເລື່ອງ​ໄຮ້​ເຫດຜົນ. ພວກ​ຂ້າພະ​ເຈົ້າບໍ່​ຕ້ອງ​ຂໍ​ອະນຸດ​ຍາດ​ຝ່າຍ​ຈີນ, ​ເພາະວ່າ. ​ເຂດ​ນ່ານທະ​ເລ​ຮ່ວາງ​ຊາ​ຂອງ​ຫວຽດນາມ ​ແມ່ນຂື້ນ​ກັບ​ອະທິປະ​ໄຕ​ຂອງ​ຫວຽດນາມ, ນັບ​ແຕ່​ດົນ​ນານ​ມາ​ແລ້ວ ຈົນ​ຮອດ​ປະຈຸ​ບັນ“.

  ຊາວ​ປະມົງ​ຫຼາຍ​ຄົນ​ໄດ້​ຄັດ​ຄ້ານ ​ແລະ ຖື​ວ່າ: ຂໍ້​ຕົກລົງ​ພຽງ​ລ​ຳພັງ​ຝ່າຍ​ດຽວ​ຂອງ​ຈີນ​ ແມ່ນ​ວຽກ​ງານ​ທີ່​ຜິດພາດ. ຫວໍ້​ຮົງ​ຄາ (Võ Hồng Kha) ຊາວ​ປະມົງ​ຢູ່​ຕາ​ແສງ​ບິງ​ນາມ (Bình Nam), ​ເມືອງ ທັງ​ບິ່ງ (Thăng Bình), ​ແຂວງ​ກວາງ​ນາມ ​ເວົ້າວ່າ:

   “ຂ້ອຍ​ເຫັນ​ວ່າ​ຄຳ​ສັ່ງ​​ເກືອດ​ຫ້າມຂອງຈີນ​ແມ່ນ​ໄຮ້ເຫດຜົນ, ພວກຂ້ອຍ​ຫາ​ປາ​ໃນ​ເຂດ​ນ່ານທະ​ເລ​ຂອງ​ພວກ​ຂ້ອຍ ຫາກ​ບໍ່​ຫາ​ປາ​ໃນ​ເຂດ​ນ່ານທະ​ເລ​ຂອງ​ເຂົາ​ເຈົ້າ. ພວກ​ຂ້ອຍ​ຈະ​ສືບ​ຕໍ່​ອອກ​ສູ່​ທະ​ເລ​ເພື່ອ​ຫາ​ປາ“.

    ​ໃນ​ຂະນະ​ນັ້ນ, ວັນ​ທີ 12/1, ຍີ່ປຸ່ນ ​ໄດ້​ຄັດຄ້ານ​ເລື່ອງ​ຈີນ ​ຈັດ​ວາງ​ບັນດາ​ຂໍ້​ກຳນົດ​ໃໝ່​ກ່ຽວ​ກັບ​​ເລື່ອງຈຳ​ກັດ​ການ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ພ້ອມ​ທັງ​ຢັ້ງຢືນ​ຈະ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ເຂດ​ນ່ານທະ​ເລ​ພາຍຫຼັງ​ການ​ກະທຳ​ລະ​ເມີດ​ຄັ້ງຫຼ້າ​ສຸດ​ຂອງ​ກຳ​ປັ່ນ ​ແລະ ​ເຮືອ​ຂອງ​ຈີນ. ກ່ອນ​ໜ້ານັ້ນ, ບັນດາ​ຂໍ້​ກຳນົດ​ໃໝ່​ກ່ຽວ​ກັບ​ການ​ຫາ​ປາ​ໂດຍ​ອົງການ​ນິຕິບັນຍັດ​ແຂວງ​ໄຫ່ໜານ ປະ​ເທດ​ຈີນ ຮັບຮອງ​ເອົາ​ເມື​ອ່​ເດືອນ 11/2013 ​ແລະ ​ເລີ່​ມມີ​ຜົນ​ສັກສິດ​ນັບ​ແຕ່​ວັນ​ທີ 1/1/2014 ​ເປັນຕົ້ນ​ໄປ ກໍ​ໄດ້​ຮັບ​ການ​ຄັດຄ້ານ​ຈາກ​ອາ​ເມ​ລິ​ກາ ​ແລະ ຟີ​ລິບ​ປິນ ​ເຊັ່ນດຽວ​ກັນ. ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ຖື​ວ່າ: ນີ້​ແມ່ນ​ການ​ກະທຳ​ເກາະ​ຜິດ ​ແລະ ອັນຕະລາ​ຍທີ່​ສຸດ, ລະ​ເມີດ​ສິດ​ເສລີ​​ໃນການ​ເດີນ​ທະ​ເລ​ ​ແລະ ການ​ຫາ​ປາ​ຂອງ​ທຸກໆ​ປະ​ເທດ​ຢູ່​ເຂດ​ນ່ານທະ​ເລ​ສາກົນ ຊື່​ງ​ໄດ້​ລະບຸ​ໄວ້​ໃນ​ສົນ​ທິສັນຍາ​ຂອງ ສປຊ ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ./.

 

ຂ່າວ/ບົດ​ອື່ນ