ຄຳອວຍພອນປີໃໝ່ຂອງປະທານປະເທດ ເຈືອງເຕີ້ນຊາງ


ຄຳອວຍພອນປີໃໝ່ຂອງປະທານປະເທດ ເຈືອງເຕີ້ນຊາງ - ảnh 1
ປະທານປະເທດ ເຈືອງເຕີ້ນຊາງ

ຮຽນ​ພໍ່​ແມ່​ພີ​ນ້ອງ​ຮ່ວມ​ຊາດ​, ສະ​ຫາຍ, ນັກ​ຮົບ​ໃນ​ທົ່ວ​ປະ​ເທດ ແລະ ຊາວ​ຫວຽດ​ນາມ​​ອາ​ໄສຢູ່​ຕ່າງ​ປະ​ເທດ !
     ເນື່ອງ​ໃນ​ໂອ​ກາດ​ຕ້ອນ​ຮັບ​ລູດ​ບານ​ໃໝ່​ປີວອ​ກ 2016, ຂ້າ​ພະ​ເຈົ້າ​ຂໍ​ສົ່ງ​ຄຳ​ຢື້​ຢາມ​ຖາມ​ຂ່າວ ແລະ ຄຳອວຍ​ພອນ​ປີ​ໃໝ່​ທີ່​ຈົບ​ງາມ​ທີ່​ສຸດ​ມາ​ຍັງພໍ່​ແມ່​ພີ​ນ້ອງ​, ສະ​ຫາຍ, ນັກ​ຮົບ​ໃນ​ທົ່ວ​ປະ​ເທດ ແລະ ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ, ບັນ​ດາ​ເພື່ອນ​ຊາວ​ຕ່າງ​ປະ​ເທດ​ພວມ​ດຳ​ລ​ົງຊີ​ວິດ, ເຮັດ​ວຽກ ແລະ ຮ່ຳ​ຮຽນ​ຢູ່​ຫວຽ​ດ​ນາມ. ຂ້າ​ພະ​ເຈົ້າ​ກໍ​ຍັງ​ສົ່ງ​ນ້ຳ​ໃຈ​ຄວາມ​ຮັກ​ແພງ, ສາ​ມັກ​ຄີ, ໄມ​ຕີ​ຈິດ​ມິດ​ຕະ​ພາບ​ຂອງ​ປະ​ຊາ​ຊົນ​ຫວຽດ​ນາມ​ໄປ​ຍັງ​ປະ​ຊາ​ຊົນ​ໃນ​ໂລກ ແລະ ເພື່ອນ​ມິດ​ສາ​ກົນ.

        ໃນ​ຈຸດ​ເວ​ລາ​ສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນ​ຮັບ​ປິ​ໃໝ່​ທີ່​ສັກ​ກະ​ລະ​ບູ​ຊານີ້, ພວກ​ເຮົາ​ມີ​ຄວາມ​ເຄົາ​ລົບ​ນັບ​ຖືອາ​ໄລ​ຫາ​ບັນ​ພະ​ບຸ​ລຸດ, ລຸ່ນ​ປູ່​ລຸ່ນ​ພໍ່ ນັບ​ແຕ່​ໃດໆ​ມາ​ໄດ້​ສ້າງ​ສາ, ປົກ​ປັກ​ຮັກ​ສາ ແລະ ສືບ​ທອດ​ໃຫ້​ ​ຄົນລຸ່ນປະ​ຈຸ​ບັນ; ອາ​ໄລ​ຫາ​ປະ​ທານ​ໂຮ່​ຈິ​ມິນ ແລະ ບັນ​ດາ​ນັກ​ວິ​ລະ​ຊົນທີ່​ໄດ້​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ເອ​ກະ​ລາດ, ອິດ​ສະຫຼະ​ພາບ, ເອ​ກະ​ພາບ, ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ປະ​ເທດ​ຊາດ. ພວກ​ເຮົາ​ຄຳ​ນຶງ​ເຖິງ​ປີ​ທີ່​ຜ່ານ​ມາ, ຄາດ​ຄະ​ເນ​ໃຫ້​ປີ​ໃໝ່ ແລະ ຄາດ​ຫວັງ​ບັນ​ດາ​ສິ່ງ​ທີ່​ຈົບ​ງາມກວ່າ​ເກົ່າ.

          ປີ​ທີ່​ຜ່ານ​ມາ, ປະ​ຊາ​ຊົນ​ຫວຽດ​ນາມ​ມີ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ສະ​ເຫຼີມ​ສະຫຼອງ​ບັນ​ດາ​ວັນ​ບຸນ​ໃຫຍ່​ຂອງ​ຊາດ, ຮ່ວມ​ແຮງ​ຮ່ວມ​ໃຈ, ຜ່ານ​ຜ່າ​ຄວາມ​ຫຍຸ້ງ ​ຍາກ ສິ່ງທ້າ​ທາຍນາໆ​ປະ​ການ​ເພື່ອ​ພັດ​ທະ​ນາ​ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ​, ສັງ​ຄົມ, ປົດ​ປັກ​ຮັກ​ສາ​ເອ​ກະ​ລາດ, ອະ​ທິ​ປະ​ໄຕ​ຜືນ​ແຜ່ນ​ດິນ​ຂອງ​ປະ​ເທດ​ຊາດ, ຮັກ​ສາ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ຍູ້​ແຮງ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ, ນຳ​ປະ​ເທດ​ຊາດກ້າວ​ເຂົ້າ​ສູ່ໄລ​ຍະ​ພັດ​ທະ​ນາ​ໃໝ່​ດ້ວຍ​ແງ່​ຫວັງ ຫຼາຍ​ຢ່າງ​ທີ່​ຈົບ​ງາມ.

     ພວກ​ເຮົາ​ພວມ​ດຳ​ລົງ​ຊີ​ວິດໃນ​ຍຸກ​ສະ​ໄໝ​ໂລ​ກາ​ພິ​ວັດ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນດ້ວຍ​ບັນ​ດາ​ການ​ປ່ຽນ​ແປງ​ອັນ​ໃຫຍ່ຫຼວງ, ມີ​ທັງ​ໂອ​ກາດ​ພ້ອມ​ກັບ​ສິ່ງ​ທ້າ​ທາຍ. ຢູ່​ພາຍ​ໃນ​ປະ​ເທດ, ພ້ອມ​ກັບ​ບັນ​ດາ​ຜົນ​ງານ​ທີ່​ຍາດ​ມາ​ໄດ້​ນັ້ນ, ພວກ​ເຮົາ​ຍັງ​ມີ​ວຽກ​ງານຫຼາຍ​ຢ່າງ​ທີ່​ຈະ​ຕ້ອງ​ເຮັດ​ເພື່ອກໍ່​ສ້າງ​ປະ​ເທດ​ຊາດ​ໃຫ້​ຮັ່ງ​ມີ ເຂັ້ມ​ແຂງ, ປັກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ໃຫ້​ຍືນ​ຍົງ​ຄົງ​ຕົວ, ສົມ​ກັບ​ຄວາມ​ເຊື່ອໝັ້ນ​ຂອງ​ລຸ່ນ​ປູ່​ລຸ່ນ​ພໍ່ ແລະ ເຮັດຫຼ້ອນ​ໜ້າ​ທີ່ສຳ​ລັບ​ລຸ່ນ​ລູກ​ລຸ່ນຫຼານ​ໃນ​ອະ​ນາ​ຄົດ.

    ລະ​ດູ​ບານ​ໃໝ່​ປີນ​ີ້ ແມ່ນ​ລະ​ດູ​ບານ​ໃໝ່​ທຳ​ອິດ​ເພື່ອ​ປະ​ຕິ​ບັດ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດຄັ້ງ​ທີ 12 ​ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ, ຂ້າ​ພະ​ເຈົ້າ​ຮຽກ​ຮ້ອງ​ມາ​ຍັງ ພໍ່​ແມ່​ພີ​ນ້ອງ​, ສະ​ຫາຍ, ນັກ​ຮົບ​ໃນ​ທົ່ວ​ປະ​ເທດ ແລະ ຊາວ​ຫວຽດ​ນາມ​​ອາ​ໄສຢູ່​ຕ່າງ​ປະ​ເທດ ຈົ່ງ​ສືບ​ຕໍ່​ມາ​ນະ​ພະ​ຍາ​ຍາມ​ສູ້​ຊົນ, ເສີມ​ຂະ​ຫຍາຍ​ສະ​ຕິ​ປັນ​ຍາ, ຄຸນ​ນະ​ທາດ, ມູນ​ເຊື້ອ​ອະ​ລີ​ຍະ​ທຳ, ນ້ຳ​ໃຈ​ຮັກ​ຊາດ, ອົງ​ອາດ​ກ້າ​ແກ່ນ, ບໍ່​ຍອມ​ຈຳ​ນົນ​ຂອງ​ຊາດ, ກຳ​ແໜ້ນ​ກາ​ລະ​ໂອ​ກາດ, ຜ່ານ​ຜ່າ​ທຸກໆ​ຄວາມ​ຫຍຸ້ງ​ຍາກ ສິ່ງ​ທ້າ​ທາຍເພື່ອ​ຍາດ​ເອົາ​ບັນ​ດາໄຊ​ຊະ​ນະ​ໃໝ່ໃນ​ພາ​ລະ​ກິດ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຫວຽດ​ນາມ​ທີ່​ປະ​ຊາ​ຊົນ​ຮັ່ງ​ມີ, ປະ​ເທດຊາດ​ເຂັ້ມ​ແຂງ, ມີ​ປະ​ຊາ​ທິ​ປະ​ໄຕ, ຍຸດ​ຕິ​ທຳ, ສີ​ວິ​ໄລ, ທຽບ​ເທົ່າ​ກັບ​ບັນ​ດາ​ເພື່ອນ​ມິດ​ໃນ​ທົ່ວ​ໂລກ.

     ເນື່ອງ​ໃນ​ໂອ​ກາດລະ​ດູ​ບານ​ໃໝ່, ຂ້າ​ພະ​ເຈົ້າ​ຂໍ​ອວຍ​ພອນ​ໃຫ້​ທຸກໆ​ຄົນ, ທຸກໆ​ຄອບ​ຄົວ​ໃນ​ທຸກ​ແຖບ​ຖິ່ນ​ຂອງ​ປະ​ເທດ​ຊາດ, ພໍ່​ແມ່​ພີ​ນ້ອງຊາວ​ຫວຽດ​ນາມ​​ອາ​ໄສຢູ່​ຕ່າງ​ປະ​ເທດ ຈົ່ງ​ມີ​ຄວາມ​ສຸກ ແລະ ປະ​ສົບ​ຜົນ​ສຳ​ເລັດ​; ອວຍ​ພອນ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ຈົບ​ງາມ​ທີ່​ສຸດ​ຈະ​ມາ​ສູ່​ປະ​ເທດ​ຊາດ​ຫວຽດ​ນາມ.
ຂ່າວ/ບົດ​ອື່ນ