English Vietnamese Chinese French German Indonesian Japanese Khmer Korean Laotian Russian Spanish Thai

17°C - 19°C

ຄຳ​ອວຍ​ພອນ​ປີໃໝ່​ປະ​ຈຳ​ຊາດ ປີ​ມະ​ເສັງ 2025 ຂອງ​ປະ​ທານ​ປະ​ເທດ

(VOVWORLD) - ໃນຈຸດເວລາຕົ້ນລະດູບານໃໝ່ທີ່ສັກກາລະບູຊານີ້, ອີກເທື່ອໜຶ່ງຂ້າພະເຈົ້າຂໍອວຍພອນພໍ່ແມ່ພີ່ນ້ອງ ສະຫາຍ ນັກຮົບທຸກທົ່ວໜ້າ ແລະ ພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ປີໃໝ່ມີສຸຂະພາບເຂັ້ມແຂງ ມີຄວາມສຸກແລະ ຄວາມຈະເລີນ. ປີໃໝ່ ແນ່ນອນຈະຍາດໄດ້ຫຼາຍໄຊຊະນະໃໝ່.
ຄຳ​ອວຍ​ພອນ​ປີໃໝ່​ປະ​ຈຳ​ຊາດ ປີ​ມະ​ເສັງ 2025 ຂອງ​ປະ​ທານ​ປະ​ເທດ - ảnh 1ທ່ານປະທານປະເທດ ເລືອງເກື່ອງ ອວຍພອນປີໃໝ່ປະຈຳຊາດ ປີມະເສັງ 2025 (ພາບ: VOV)

ຮຽນ ພໍ່ແມ່ພີ່ນ້ອງ, ສະຫາຍ ນັກຮົບໃນທົ່ວປະເທດ ແລະ ພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ!

ລະດູບານໃໝ່ປີມະເສັງໄດ້ວຽນມາແລ້ວ ນຳຄວາມເບີກບານມ່ວນຊື່ນ ຄວາມປາດຖາໜາ ແລະ ຄວາມໄຝ່ຝັນອັນດີງາມມາສູ່ປະເທດຊາດ ແລະ ປະຊາຊົນທຸກໆຄົນ. ໃນຈຸດເວລາ ສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ທີ່ສັກກາລະບູຊານີ້, ຕາງໜ້າໃຫ້ການນຳພັກ ລັດ ຂ້າພະເຈົ້າຂໍສົ່ງຄຳອວຍພອນປີໃໝ່ອັນດີງາມທີ່ສຸດມາຍັງພໍ່ແມ່ພີ່ນ້ອງ ສະຫາຍ ນັກຮົບໃນທົ່ວປະເທດ ແລະ ພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ. ຂ້າພະເຈົ້າກໍ່ສົ່ງຄຳອວຍພອນປີໃໝ່ສັນຕິພາບ ຄວາມຜາສຸກ ມິດຕະພາບແລະ ພັດທະນາໄປຍັງບັນດາເພື່ອນມິດ ປະຊາຊົນບັນດາປະເທດໃນທົ່ວໂລກ.

ປີທີ່ຜ່ານມາ ພວກເຮົາໄດ້ຜ່ານພະຍຸລົມແດງ ແຕ່ກໍ່ແມ່ນປີທີ່ຍາດໄດ້ບັນດາຜົນງານທີ່ເປັນໜ້າເອກອ້າງທະນົງໃຈ. ໃນທ່າມກາງຄວາມຫຍຸ້ງຍາກ ແລະ ສິ່ງທີ່ທົດສອບນັ້ນ ນ້ຳໃຈສາມັກຄີ ຄວາມຮັກແພງມະນຸດດ້ວຍກັນ ແລະ ເຈດຈຳນົງບືນຕົວຂຶ້ນຂອງຊາດ ຫວຽດນາມ ຍິ່ງໄດ້ຮັບການຢັ້ງຢືນຢ່າງແຂງແຮງ. ທົ່ວພັກ ທົ່ວປວງຊົນ ທົ່ວກອງທັບ ຫວຽດນາມ ໄດ້ມານະພະຍາຍາມສູ້ຊົນບັນລຸ ແລະ ລື່ນກາຍ 15 ຕົວເລກຄາດໝາຍໃນຈຳນວນທັງໝົດ 15 ຄາດໝາຍພັດທະນາເສດຖະກິດສັງຄົມ, ລະດັບການເຕີບໂຕເສດຖະກິດແມ່ນຢູ່ໃນກຸ່ມປະເທດແຖວໜ້າໃນໂລກ; ຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນໄດ້ຮັບການປົວແປງ ແລະ ຍົກສູງຂຶ້ນບໍ່ຢຸດຢັ້ງ; ຂົງເຂດການເມືອງ - ສັງຄົມມິສະຖຽນລະພາບ, ການປ້ອງກັນຊາດ ປ້ອງກັນຄວາມສະຫງົບໄດ້ຮັບການເພີ່ມທະວີ, ການພົວພັນຕ່າງປະເທດໄດ້ຮັບການເປີດກວ້າງ ແລະ ໄດ້ຮັບຄວາມເຄົາລົບຕີລາຄາສູງຈາກເພື່ອນມິດສາກົນ. ຊາວ ຫວຽດນາມ ແຕ່ລະຄົນທັງຢູ່ພາຍໃນ ຫຼື ຢູ່ຕ່າງປະເທດ, ຈາກກຳມະກອນ, ຊາວກະສິກອນ, ນັກທຸລະກິດປັນຍາຊົນຕະຫຼອດຮອດນັກຮົບຢູ່ເຂດຊາຍແດນ ເຂດໝູ່ເກາະຢູ່ຫ່າງໄກສອກຫຼີກກໍ່ລ້ວນແຕ່ມີຄວາມເອກອ້າງທະນົງໃຈຕໍ່ການປະກອບສ່ວນເຂົ້າໃນຜົນງານລວມຂອງປະເທດຊາດ.

 ປີ 2025 ແມ່ນປີທີ່ເຕັມໄປດ້ວຍເຫດການທີ່ສຳຄັນຍິ່ງຂອງປະເທດຊາດ, ແມ່ນປີເພີ່ມຄວາມໄວ ກ້າວກະໂດດຂັ້ນ ສ້າງພື້ນຖານນຳປະເທດຊາດກ້າວເຂົ້າສູ່ສັງກາດໃໝ່ - ສັງກາດບືນຕົວຂຶ້ນພັດທະນາສ້າງຄວາມຮັ່ງມີເຂັ້ມແຂງ ແລະ ຈະເລີນຮຸ່ງເຮືອງ; ເຈດຈຳນົງຂອງພັກເຈືອຈານເຂົ້າກັບຈິດໃຈຂອງປະຊາຊົນ ກ່ຽວກັບເປົ້າໝາຍຄວາມຈະເລີນຮຸ່ງເຮືອງຂອງຊາດ. ເຖິງວ່າຍັງປະສົບກັບຄວາມຫຍຸ້ງຍາກ ສິ່ງທົດສອບຫຼາຍຢ່າງກໍ່ຕາມ, ແຕ່ ຫວຽດນາມ ຍາມໃດກໍ່ກ້າວຂຶ້ນສູ່ທາງໜ້າ, ບໍ່ມີສິ່ງໃດທີ່ສາມາດຂັດຂວາງຄວາມຄາດຫວັງບືນຕົວຂຶ້ນ ແລະ ອະນາຄົດທີ່ສະຫວ່າງສະໄຫວຂອງຊາດ ຫວຽດນາມ ໄດ້. ທົ່ວພັກ ທົ່ວປວງຊົນ ທົ່ວກອງທັບສືບຕໍ່ສາມັກຄີກັນ ເປັນຈິດໜຶ່ງໃຈດຽວ ຮ່ວມແຮງຮ່ວມໃຈຍົກສູງຈິດໃຈຄວາມເປັນເຈົ້າ, ຄວາມເຊື່ອໝັ້ນ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຄວາມເອກອ້າງທະນົງໃຈຂອງຊາດ, ຍາດແຍ່ງທຸກກາລະໂອກາດຜ່ານຜ່າຄວາມຫຍຸ້ງຍາກ ສິ່ງທົດສອບນາໆປະການເພື່ອພັດທະນາກ້າວກະໂດດຂັ້ນ ສ້າງສາປະເທດ ຫວຽດນາມ ທີ່ປະຊາຊົນຮັ່ງມີປະເທດຊາດເຂັ້ມແຂງປະຊາທິປະໄຕ ຍຸຕິທຳ ສີວິໄລທຸກໆຄົນຕ່າງກໍ່ມີຊີວິດອີ່ມໜຳສຳລານ ເສລີພາບ ແລະ ຄວາມຜາສຸກ; ປະກອບສ່ວນເຂົ້າໃນເສລີພາບ ສະຖຽນພາບ ການພັດທະນາຂອງພາກພື້ນ ແລະ ໃນໂລກ.

ໃນຈຸດເວລາຕົ້ນລະດູບານໃໝ່ທີ່ສັກກາລະບູຊານີ້, ອີກເທື່ອໜຶ່ງຂ້າພະເຈົ້າຂໍອວຍພອນພໍ່ແມ່ພີ່ນ້ອງ ສະຫາຍ ນັກຮົບທຸກທົ່ວໜ້າ ແລະ ພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ປີໃໝ່ມີສຸຂະພາບເຂັ້ມແຂງ ມີຄວາມສຸກແລະ ຄວາມຈະເລີນ. ປີໃໝ່ ແນ່ນອນຈະຍາດໄດ້ຫຼາຍໄຊຊະນະໃໝ່.

                           ດ້ວຍຄວາມຮັກແພງ.

ຕອບກັບ

ຂ່າວ/ບົດ​ອື່ນ