ຄຳຮຽກສິດກ່ຽວກັບ“ບັນດາສິດປະຫວັດສາດ”ໃນ“ທາງ9ຕອນ”ຂອງຈີນແມ່ນຝືນກັບUNCLOS

ຄຳຮຽກສິດກ່ຽວກັບ“ບັນດາສິດປະຫວັດສາດ”ໃນ“ທາງ9ຕອນ”ຂອງຈີນແມ່ນຝືນກັບUNCLOS - ảnh 1
(ພາບປະກອບ)

(vovworld) – ​​ ຕອນ​ບ່າຍ​ວັນ​ທີ 12/07 (ຕາມ​ເວລາ ຫວຽດນາມ), ສານ​ກຳມະການ​ປະຈຳ (PCA) ຢູ LaHay ​ໂຮ​ນລັງ, ​ໄດ້​ອອກ​ຄຳ​ຕັດສິນ​ຄະດີ ຟີ​ລີບ​ຟິນ ຮ້ອງ​ຟ້ອງ ຈີນ ທີ່​ກ່ຽວຂ້ອງ​ເຖິງ​ການ​ຂັດ​ແຍ້​ງກັນຢູ່​ທະ​ເລ​ຕາ​ເວັນ​ອອກ. ຕາມ​ຄຳ​ຕັດສິນ​ຂອງ PCA, ຄຳ​ຮຽກ​ສິດ​ຂອງ ຈີນ ກ່ຽວ​ກັບ “ບັນດາ​ສິດ​ປະຫວັດສາດ” ສຳລັບ​ບັນດາ​ເຂດ​ທະ​ເລ​​ນອນ​ໃນ “ທາງ 9 ຕອນ” ​ແມ່ນ​ຝືນ​ກັບ​ສົນທິສັນຍາ​ຂອງ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດ​ໝາຍ​ທະ​ເລ​ປີ 1982 (UNCLOS). ຄຳ​ຕັດສິນ​ຢັ້ງຢືນ​ວ່າ ຈີນ ​ໄດ້​ກໍ່​ຄວາມ​ອັນຕະລາຍ​ໃນ​ໄລຍະ​ຍາວ​ສຳລັບ​ລະບົບ​ຊີວະ​ພາບ​ຫີນ​ປະ​ກາ​ລັງ​ຢູ່ໝູ່​ເກາະ ​ເຈື່ອງ​ຊາ. ຈີນ ບໍ່​ມີ​ພື້ນຖານ​ດ້ານ​ປະຫວັດ​ສາດ​ໃດ ກ່ຽວ​ກັບ​ເຂດ​ທະ​ເລ​ຢູ່​ທະ​ເລ​ຕາ​ເວັນ​ອອດ ​ແລະ ປັກກີ​ງ ບໍ່​ມີ​ພື້ນຖານ​ນິຕິ​ກຳ ​ເພື່ອ​ຍົກ​ອອກ​ບັນດາ​ຖະ​ແຫຼ​ງການ​ກ່ຽວ​ກັບ “ບັນດາ​ອຳນາດ​ປະຫວັດສາ​ດ” ສຳລັບ​ບັນດາ​ແຫຼ່ງຊັບພະຍາກອນ​ໃນ​ອັນ​ທີ່​ ປັກກີ​ງ ​ເອີ້ນ​ວ່າ “ທາງ 9 ຕອນ” PCA ກໍ່​ເນັ້ນ​ໜັກ​ວ່າ: ຈີນ ​ໄດ້ແຊກ​ແຊງ​ເຂົ້າ​ບັນ​ດາ​ສິດ​ຫາ​ປາ​ທີ່​ເປັນ​ມູນ​ເຊື້ອ​ຂອງ ຟີ​ລີບ​ຟິນ ຢູ່ ຫາດ Scarborough ໃນ​ທະ​ເລ​ຕາ​ເວັນ​ອອກ.

        ​ໂດຍ​ບໍ່​ຫົວຊາ​ຕໍ່​ການ​ຄັດ​ຄ້ານຈາກ​ປະຊາ​ຄົມ​ສາກົນ, ຈີນ ພັດຖະ​ແຫຼງອະທິປະ​ໄຕ​ສຳລັບ 80% ​ເນື້ອ​ທີ່​ທະ​ເລ​ຕາ​ເວັນ​ອອກຜ່ານ​ຄຳ​ຮຽກ​ສິດ “ທາງ 9 ຕອນ”. ຈີນ ກໍ່​ໄດ້​ທຳ​ການ​ກໍ່ສ້າງ​ບັນດາ​ພື້ນຖານ​ໂຄງ​ລ່າງ​ໃນ​ບັນດາ​​ເກາະ​ທຽ​ມຢູ່​ທະ​ເລ​ຕາ​ເວັນ​ອອກ. ວັນ​ທີ 22/01/2013 ຟີ​ລີບ​ຟິນ ​ໄດ້​ຍືນ​ໃບ​ຮ້ອງ​ຂໍ​ຂຶ້ນ PCA ​ເພື່ອ​ຟ້ອງ​ຮ້ອງຄຳ​ຮຽກ​ສິດ​ຂອງ ຈີນ ກ່ຽວ​ກັບ​​​​ອຳນາດ​ອະທິປະ​ໄຕ, ສິດ​ພິພາກສາ ​ແລະ “ບັນດາ​ອຳນາດ​ປະຫວັດສາດ” ສຳລັບ​ບັນດາ​ເຂດ​ທະ​​ເລນ​ອນ​ໃນ​ທາງ 9 ຕອນ ​ແມ່ນ​ຝືນ​ກັບ UNCLOS 1982 ກາຍ​ຂ້າມ​ບັນດາ​ຂໍ້​ກຳນົດ ​ເຊິ່ງ ຈີນ ສາມາດ​ຮຽກຮ້ອງ​ຕາມ​ສົນ​ທິສັນຍາ.

 

ຂ່າວ/ບົດ​ອື່ນ