ຄຳເຫັນຂອງຜູ້ມີສິດເລືອກຕັ້ງກ່ຽວກັບການຕອບຄຳຊັກຖາມຂອງລັດຖະມົນຕີ 2 ທ່ານ

ຄຳເຫັນຂອງຜູ້ມີສິດເລືອກຕັ້ງກ່ຽວກັບການຕອບຄຳຊັກຖາມຂອງລັດຖະມົນຕີ 2 ທ່ານ - ảnh 1
(ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ຄົມມະນາຄົມ​ຂົນ​ສົ່ງ ດິງລາ​ທັງ)

(vovworld) – ການ​ຕອບ​ຄຳ​ຊັກ​ຖາມຂອງ​ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ຄົມມະນາຄົມ​ຂົນ​ສົ່ງ ດິງລາ​ທັງ ​ໃນ​ຕອນ​ເຊົ້າ​ວັນ​ທີ 19/11 ​ແລ​ະ ຕອນ​ບ່າຍ​ວັນ​ທີ 18/11 ​ໄດ້​ຮັບຄວາມ​ເຫັນ​ດີ​​ເຫັນ​ພ້ອມຈາກ​ຜູ້​ມີ​ສິດ​ເລືອກ​ຕັ້ງ. ຜູ້​ມີ​ສິດ​ເລືອກ​ຕັ້ງຖື​ວ່າ ບັນດາ​ຄຳ​ຕ​ອບຂອງ​ທ່ານ​ລັດຖະມົນຕີ​ວ່າການ ດິງລາ​ທັງ ​​ແມ່ນ​ຖືກ​ກັບ​ບັນຫາ​ເຊິ່ງສະມາຊິກ​ສະພາ​ແຫ່ງ​ຊາດ​ຊັກ​ຖາມ​, ​ເນື້ອ​ໃນ​ຄຳ​ຕອບ​ແມ່ນ​ຕິດ​ແທດ​ກັບ​ສະພາບ​ຕົວ​ຈິງ, ​​ແກ້​ໄຂ​ຄວາມ​ຂ້ອງ​ໃຈ​ຂອງ​ປະຊາຊົນ​ໄດ້ສ່ວນ​ໃດ​ສ່ວນ​ໜຶ່ງ. ຜູ້​ມີ​ສິດ​ເລືອກ​ຕັ້ງ ຟ້າ​ມຮົ່ງ​ເຊືອງ, ຢູ່​ບ້ານ ​ແທງ​ບິ່ງ, ນະຄອນ​ດ່າ​ນັ້ງ ຍົກ​ຄຳ​ເຫັນ​ວ່າ.

        “ວິທີ​ຕອບ​ຄຳ​ຊັກ​ຖາມ​ຂອງ​ທ່ານ​ລັດຖະມົນຕີ​ວ່າ​ການ ດິງລາ​ທັງ ​ໄດ້​ຕອບ​ສະ​ໜອງ​ຄວາມ​ປາດ​ຖະໜາ​ຂອງ​ປະຊາຊົນ. ຂ້າພະ​ເຈົ້າ​ສົນ​ໃຈ​ຄຳ​ເວົ້າ​ທີ່​ວ່າ ຖ້າ​ໃຫ້​ຄຳ​ໝັ້ນສັນຍາ​​ແມ່ນກໍ່ຕ້ອງ​ປະຕິບັດໃຫ້​ໄດ້. ຄວາມ​ປາດ​ຖະໜາ​ຂອງ​ປະຊາຊົນ​ໃນ​ໄລ​ຍະ​ປະຈຸ​ບັນ ​ແມ່​ນ​ເຮັດ​ແນວ​ໃດ​​ໃຫ້ຮັບ​ປະກັນ​ຄວາມ​ປອດ​ໄພ​ທາງ​ຄົມມະນາຄົມ. ສະ​ນັ້ນ, ຂ້າພະ​ເຈົ້າສະ​ເໜີກັບທ່ານ​ລັດຖະມົນຕີ​ວ່າການ​ດິງລາ​ທັງ ວ່າ ການ​ພັດທະນາ​​ຄົມມະນາຄົມທັງ​ໝົດ ຕ້ອງເຮັດ​ແນວ​ໃດເພື່ອ​ຮັບປະກັນ​ຄວາມ​ປອດ​ໄພ​ທາງ​ຄົມມະນາຄົມ; ຄຽງ​ຂ້າງ​ນັ້ນ, ​ໃຫ້​ເອົາ​ໃຈ​ໃສ່​ເຖິງ​ການ​ສ້າງ​ຂົວ​​ແຂວນ ​ເພື່ອ​ສ້າງ​ຄວາມ​ສະດວກໃຫ້​ປະຊາຊົນ​ເຂດ​ພູດ​ອຍ​ໄປ​ມາເຮັດ​ວຽກ, ຮໍ່າຮຽນ ຈາກ​ນັ້ນຈຶ່ງຈະພັດທະນາ​ໄດ້.”

        ກ່ຽວ​ກັບ​ການ​ຕອບ​ຄຳ​ຊັກ​ຖາມ​ຂອງ​ທ່ານ​ນາງ​ລັດຖະມົນຕີ​ວ່າການ​ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງ​ຄະ ​ແລະ ສັງຄົມ ຫງວຽນ​ທິຫາຍ​ຈ່ວຽນ ​ໃນ​ຕອນ​ເຊົ້າ​ວັນ​ທີ 19/11, ຜູ້​ມີ​ສິດ​ເລືອກ​ຕັ້ງ ​ເລ​ວັນ​ຮວາ, ຢູ່​ບ້ານ ​​ເຟືອ​ກລອງ, ນະຄອນ​ຍາ​ຈາງ, ​ແຂວງ ​ແຄ໋ງຮ່ວາ ຖື​ວ່າ.

        “ທ່ານ​ນາງ​ລັດຖະມົນຕີ​ວ່າການ​ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງ​ຄະ ​ແລະ ສັງຄົມ ​ໄດ້​ຊີ້​ໃຫ້​ເຫັນ​​ບັນດາ​ສາຍ​ເຫດ​ຂອງສະພາບ​ນັກ​ສຶກສາພາຍຫຼັງຮຽນ​ຈົບ​ບໍ່​ມີ​ວຽກ​ເຮັດ​ງານ​ທຳ. ​​ເຖິງ​ຢ່າງ​ໃດ​ກໍ່ຕາມ, ທ່ານ​ນາງ​ລັດຖະມົນຕີ​ຄວນຍົກ​ອອກ​ບັນດາ​ມາດ​ຕະການ​ເພື່ອ​ແກ້​ໄຂ​ສະພາບ​ຂາດ​ຄວາມ​ດູ​່ນດ່ຽງ​​ໃນການ​ບຳລຸງ​ສ້າງ​ແບບບໍ່​ມີ​ຈຸດ​ສຸມ, ບໍ​່ຖືກ​ກັບຂະ​ແໜງ, ອາຊີບ”.

ຂ່າວ/ບົດ​ອື່ນ