ຄຳໝັ້ນສັນຍາຂອງນັກລົງທຶນຕ່າງປະເທດເຂົ້າ ຫວຽດນາມ ແມ່ນແທດຈິງ

(VOVWORLD) - ລັດຖະບານ ພວມສຸມໃສ່ສືບຕໍ່ສ້າງສຳເລັດ, ຍູ້ໄວລະດັບຄວາມຄືບໜ້າບັນດາໂຄງການສ້າງໂຄງປະກອບຂອບຂະໜາດໃຫຍ່. ພິເສດແມ່ນຜັນຂະຫຍາຍບັນດາເອກະສານແນະນຳກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ).
ຄຳໝັ້ນສັນຍາຂອງນັກລົງທຶນຕ່າງປະເທດເຂົ້າ ຫວຽດນາມ ແມ່ນແທດຈິງ - ảnh 1ທ່ານຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ເຈິ່ນກວັກເຟືອງ
(ພາບ: VOV)

ທີ່ກອງປະຊຸມຖະແຫຼງຂ່າວປະຈຳເດືອນກຸມພາຂອງລັດຖະບານ ຊຶ່ງຈັດຂຶ້ນໃນຕອນຄ່ຳວັນທີ 2 ມີນາ, ຢູ່ຮ່າໂນ້ຍ, ການນຳກະຊວງແຜນການ ແລະ ການລົງທຶນ, ໃຫ້ຮູ້ວ່າ: 2 ເດືອນຕົ້ນປີ, ໃນການເຄື່ອນໄຫວດຶງດູດການລົງທຶນຈາກຕ່າງປະເທດພວມສືບຕໍ່ທ່າຕັ້ງໜ້າຂອງຊຸມເດືອນທ້າຍປີ. ການປ່ອຍເງິນລົງທຶນຕ່າງປະເທດເພີ່ມຂຶ້ນເຖິງ 9,8% ເທົ່າກັບ 2,8 ຕື້ໂດລາສະຫະລັດ, ສະແດງໃຫ້ເຫັນບັນດາຄຳໝັ້ນສັນຍາຂອງນັກລົງທຶນຕ່າງປະເທດເຂົ້າ ຫວຽດນາມ ແມ່ນແທດຈິງ. ທ່ານຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ເຈິ່ນກວັກເຟືອງ, ໃຫ້ຮູ້ວ່າ:

“ເປັນໜ້າສົນໃຈກ່ຽວກັບເງິນລົງທຶນຕ່າງປະເທດ ຢູ່ ຫວຽດນາມ ແມ່ນອັດຕາກ່ຽວກັບທຶນໃໝ່ ແລະ ໂຄງການໃໝ່ສູງທີ່ສຸດ. ນີ້ແມ່ນສັນຍານທີ່ດີ ແລະ ແງ່ຫວັງຈຳນວນທຶນໃໝ່ນີ້ຈະສົ່ງຜົນກະທົບເຖິງການເຕີບໂຕຂອງ ຫວຽດນາມ ໃນປີ 2024 ກໍ່ຄືປີ 2025”

ເມື່ອເຕື້ອງເຖິງບັນດາມາດຕະການກະໂດດຂັ້ນ ເພື່ອແນໃສ່ດຶງດູດບັນດາໂຄງການໃຫຍ່, ບັນດານັກລົງທຶນໃຫຍ່ມາ ຫວຽດນາມ, ທ່ານຮອງລັດຖະມົນຕີ ເຈິ່ນກວັກເຟືອງ ໃຫ້ຮູ້ວ່າ: ລັດຖະບານ ພວມສຸມໃສ່ສືບຕໍ່ສ້າງສຳເລັດ, ຍູ້ໄວລະດັບຄວາມຄືບໜ້າບັນດາໂຄງການສ້າງໂຄງປະກອບຂອບຂະໜາດໃຫຍ່. ພິເສດແມ່ນຜັນຂະຫຍາຍບັນດາເອກະສານແນະນຳກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ).

ຕອບກັບ

ຂ່າວ/ບົດ​ອື່ນ