ງົບປະມານທີ່ຈະໃຊ້ໃນການເບິ່ງແຍດູແລໃຫ້ສະມາຊິກກຳມະບານ, ຊາວຜູ້ອອກແຮງງານ ເນື່ອງໃນໂອກາດບຸນເຕັດປີຂານແມ່ນ 2.400 ຕື້ດົ່ງ

(VOVWORLD) -ໃນໂອກ
າດບຸນເຕັດປີ ຂານ 2022 ນີ້, ການເຄື່ອນໄຫວເບິ່ງແຍງດູແລໄດ້ສຸມໃສ່ຜັນຂະຫຍາຍຢູ່ຂັ້ນຮາກຖ
ານ, ດ້ວຍລາຍຈ່າຍທັງໝົດປະມານ 2.400 ຕື້ດົ່ງ
ງົບປະມານທີ່ຈະໃຊ້ໃນການເບິ່ງແຍດູແລໃຫ້ສະມາຊິກກຳມະບານ, ຊາວຜູ້ອອກແຮງງານ ເນື່ອງໃນໂອກາດບຸນເຕັດປີຂານແມ່ນ 2.400 ຕື້ດົ່ງ - ảnh 1ການເບິ່ງແຍງດູແລຊາວຜູ້ອອກແຮງງານຂອງອົງການກຳມະບານໃນໂອກາດບຸນເຕັດຍາມໃດກໍ່ໄດ້ຮັບການຜັນຂະຫຍາຍຢ່າງຄົບຖ້ວນ
(ພາບປະກອບ: hanoimoi.com.vn)

ການເບິ່ງແຍງດູແລຊາວຜູ້ອອກແຮງງານຂອງອົງການກຳມະບານໃນໂອກາດບຸນເຕັດປີຂານ ຍາມໃດກໍ່ໄດ້ຮັບການຜັນຂະຫຍາຍຢ່າງຄົບຖ້ວນ ບົນຈິດໃຈບໍ່ປະໃຫ້ສະມາຊິກກຳມະຍານ, ຊາວຜູ້ອອກແຮງງານບໍ່ໄດ້ຕ້ອນຮັບບຸນເຕັດ. ໃນໂອກາດບຸນເຕັດປີຂານ 2022 ນີ້, ການເຄື່ອນໄຫວເບິ່ງແຍງດູແລໄດ້ສຸມໃສ່ຜັນຂະຫຍາຍຢູ່ຂັ້ນຮາກຖານ, ດ້ວຍລາຍຈ່າຍທັງໝົດປະມານ 2.400 ຕື້ດົ່ງ ທີ່ຫັກຈາກແຫຼ່ງການເງິນສະສົມຂອງກຳມະບານ. ນີ້ແມ່ນຂໍ້ມູນຂ່າວທີ່ໄດ້ຍົກອອກໃນການຖະແຫຼງຂ່າວໂດຍສະຫະພັນໃຫຍ່ແຮງງານ ຫວຽດນາມ ຈັດຂຶ້ນໃນຕອນບ່າຍວັນທີ 2 ທັນວາ, ຢູ່ຮ່າໂນ້ຍ. ທ່ານ ງໍຢຸຍຮຽວ, ຮອງປະທານສະຫະພັນໃຫຍ່ແຮງງານ ຫວຽດນາມ, ໃຫ້ຮູ້ວ່າ:

        “ປີນີ້ ແຫຼ່ງກຳລັງເພື່ອເບິ່ງແຍງດູແລບຸນເຕັດແມ່ນໄດ້ມາຈາກການຫັນເປັນສັງຄົມຂອງວິສາຫະກິດເຊິ່ງຈະມີຄວາມຫຍຸ້ງຍາກກວ່າຊຸມຜ່ານມາ. ໃນສະພາບການນັ້ນ, ພວກຂ້າພະເຈົ້າໄດ້ຈັດກອງປະຊຸມໂດຍໄວ ແລະ ຕົກລົງຫັກແຫຼ່ງເງິນສະສົມຂອງກຳມະບານ ດ້ວຍການຄາດຄະເນໜູນຊ່ວຍສະມາຊິກກຳມະບານທີ່ເຮັດວຽກຢູ່ວິສາຫະກິດຕ່າງໆປະມານ 8 ລ້ານຄົນ, ດ້ວຍຈຳນວນເງິນແມ່ນ 300.000 ດົ່ງ/ຄົນ. ຄຽງຂ້າງນັ້ນ, ສຳລັບຊາວຜູ້ອອກແຮງງານທີ່ເປັນສະມາຊິກກຳມະບານທີ່ປະສົບກັບຄວາມຫຍຸ້ງຍາກ, ພວກຂ້າພະເຈົ້າມີນະໂຍບາຍໜູນຊ່ວຍຕື່ມອີກ ເພື່ອຮັບປະກັນໃຫ້ຊາວຜູ້ອອກແຮງງານທຸກຄົນລ້ວນແຕ່ໄດ້ຕ້ອນຮັບບຸນເຕັດ, ມີຄວາມເບີກບ່ານມ່ວນຊື່ນໃນການຕ້ອນຮັບບຸນເຕັດໃນປີທີ່ເຕັມໄປດ້ວຍຄວາມຫຍຸ້ງຍາກນີ້”.

ຕອບກັບ

ຂ່າວ/ບົດ​ອື່ນ