ງວດ​ທຸລຽນ​ທຳ​ອິດ​ໄດ້​ສົ່ງ​ອອກ​ໄປ​ຍັງ​ຕະຫຼາດ​ຈີນ​ຢ່າງ​ເປັນ​ທາງ​ການ

(VOVWORLD) -ເພື່ອມີບັນດາງວດສິນຄ້າທາງການສົ່ງອອກໄປຍັງຈີນ, ເຂດປູກຝັງ, ຮາກຖານຫຸ້ມຫໍ່ຖຸລຽນຕ້ອງກະກຽມຢ່າງລະອຽດ ແລະ ຜ່ານຜ່າຫຼາຍຂັ້ນຕອນກວດກາ ຂອງອົງການວິຊາການ, ຕອບສະໜອງທຸກຄວາມຮຽກຮ້ອງຕ້ອງການຢ່າງເຂັ້ມງວດຂອງຄູ່ຮ່ວມມື
ງວດ​ທຸລຽນ​ທຳ​ອິດ​ໄດ້​ສົ່ງ​ອອກ​ໄປ​ຍັງ​ຕະຫຼາດ​ຈີນ​ຢ່າງ​ເປັນ​ທາງ​ການ - ảnh 1ພາບປະກອບ: TTXVN

ວັນທີ 19 ກັນຍາ, ຢູ່ດ່ານຊາຍແດນສາກົນ ມິດຕະພາບ, ແຂວງລ້າງເຊີນ, ມີທຸລຽນປະມານ 100 ໂຕນຂອງ ຫວຽດນາມ ໄດ້ສົ່ງອອກໄປຍັງຕະຫຼາດຈີນ ຢ່າງເປັນທາງການເປັນຄັ້ງທຳອິດ. ເພື່ອມີບັນດາງວດສິນຄ້າທາງການສົ່ງອອກໄປຍັງຈີນ, ເຂດປູກຝັງ, ຮາກຖານຫຸ້ມຫໍ່ຖຸລຽນຕ້ອງກະກຽມຢ່າງລະອຽດ ແລະ ຜ່ານຜ່າຫຼາຍຂັ້ນຕອນກວດກາ ຂອງອົງການວິຊາການ, ຕອບສະໜອງທຸກຄວາມຮຽກຮ້ອງຕ້ອງການຢ່າງເຂັ້ມງວດຂອງຄູ່ຮ່ວມມື. ທ່ານ ຮ່ວາງຈູງ, ຫົວໜ້າກົມປ້ອງກັນພຶດ (ກະຊວງກະສິກຳ ແລະ ພັດທະນາຊົນນະບົດ), ໃຫ້ຮູ້ວ່າ: ການສົ່ງອອກທຸລຽນແມ່ນຍຸດທະສາດຍາວນານ ແລະ ນອນໃນຍຸດທະສາດພັດທະນາເສດຖະກິດກະສິກຳຂອງ ຫວຽດນາມ. ທ່ານໃຫ້ຮູ້ວ່າ

        ຜ່ານການລົງນາມນີ້ ຈະສ້າງເງື່ອນໄຂໃຫຍ່ທີ່ສຸດໃຫ້ແກ່ການສົ່ງອອກທຸລຽນໄປຍັງຈີນຢ່າງມີແບບມີແຜນທີ່ສຸດ, ເປັນໄປຕາມທິດທາງທາງການ ແລະ ມີຈຳນວນຫຼາຍ, ຕອບສະໜອງປັດໄຈເຊິ່ງຈີນວາງອອກຢ່າງຄົບຖວ້ນ. ການສົ່ງອອກບໍ່ພຽງແຕ່ງວດທີ 1 ຫຼື ທີ2 ເທົ່ານັ້ນ, ຫາກຍັງນີ້ຍັງແມ່ນຂະບວນການໄລຍະຍາວ. ດັ່ງນັ້ນ ວິສາຫະກິດຕ້ອງສົມທົບກັບຜູ້ປູກ, ອົງການຄຸ້ມຄອງແຫ່ງລັດ ແລະ ພໍ່ຄ້າຊາວຂາຍຢ່າງແໜ້ນແຟ້ນເພື່ອ ເຮັດແນວໃດໃຫ້ສາມາດສ້າງ ແລະ ຮັກສາຕະຫຼາດແບບຍືນຍົງໄດ້. ສຳລັບເຂດປູກ ຕ້ອງພ້ອມກັບຜູ້ປູກນັ້ນຮັກສາລະຫັດເຂດປູກ, ບັນດາຮາກຖານຫຸ້ມຫໍ່ຕ້ອງປະຕິບັດຢ່າງຖືກຕ້ອງຕາມເງື່ອນໄຂ ໂດຍຝ່າຍຈີນກຳນົດ.

ຕອບກັບ

ຂ່າວ/ບົດ​ອື່ນ