ງານ Festival ດອກໄມ້ ດ່າລາດ ຄັ້ງທີ 8 - ປີ 2019 ຈະດຳເນີນໃນລະຫວ່າງວັນທີ 20 -24 ທັນວາ

(VOVWORLD) -  Festival ດອກໄມ້ ດ່າລາດຄັ້ງທີ 8 - ປີ 2019 ຈະດຳເນີນໃນເວລາ 5 ວັນ ດ້ວຍບັນດາການເຄື່ອນໄຫວແນໃສ່ເຊີດຊູຄຸນຄ່າຂອງດອກໄມ້ ແລະ ຂະແໜງດອກໄມ້, ເຄື່ອງໝາຍການຄ້າທ່ອງທ່ຽວ ດ່າລາດ - ເລິມດົ່ງ.
ງານ Festival ດອກໄມ້ ດ່າລາດ ຄັ້ງທີ 8 - ປີ 2019 ຈະດຳເນີນໃນລະຫວ່າງວັນທີ 20 -24 ທັນວາ - ảnh 1 ກອງປະຊຸມຂ່າວ (ພາບອິນເຕີແນັດ)

ໃນລະຫວ່າງວັນທີ 20 – 24 ທັນວາ 2019, ງານ Festival ດອກໄມ້ ດ່າລາດຄັ້ງທີ 8 ປີ 2019 ດ້ວຍຫົວຂໍ້ວ່າ “ດ່າລາດ ແລະ ດອກໄມ້” ຈະດຳເນີນຢູ່ນະຄອນ ດ່າລາດ, ນະຄອນ ບ໋າວລົກ ແລະ ບາງສະຖານທີ່ໃນແຂວງ ເລິມດົ່ງ. ນີ້ແມ່ນຂໍ້ມູນທີ່ໄດ້ປະກາດຢູ່ກອງປະຊຸມຂ່າວແນະນຳງານ Festival ດອກໄມ້ ດ່າລາດ ຄັ້ງທີ 8 ປີ 2019 ໂດຍຄະນະກຳມະການປະຊາຊົນແຂວງ ເລິມດົ່ງ ຈັດຕັ້ງຢູ່ນະຄອນ ໂຮ່ຈີມິນ ໃນວັນທີ 25 ຕຸລາ. ກ່າວຄຳເຫັນທີ່ກອງປະຊຸມຂ່າວ, ທ່ານ ໂຕນທ້ຽນຊານ, ປະທານຄະນະກຳມະການປະຊາຊົນນະຄອນ ດ່າລາດ ໃຫ້ຮູ້ວ່າ:

        “Festival ດອກໄມ້ປີນີ້ ຈະມີຈຸດໃໝ່ອ່ຽມຫລາຍຢ່າງ, ເປັນຕົ້ນແມ່ນເນື້ອໃນ, ຂອບເຂດ, ວິທີຈະມີການປ່ຽນໃໝ່ ເພື່ອໃຫ້ແຂກທ່ອງທ່ຽວໄດ້ຮັບຊົມ, ຄືງານວາງສະແດງດອກໄມ້ສາກົນ ຈະມີບັນດາວິສາຫະກິດມາຈາກ ຍີ່ປຸ່ນ, ສ.ເກົາຫຼີ ເຂົ້າຮ່ວມ ຫຼື ມີວັນບຸນວັດທະນະທຳ ສ.ເກົາຫຼີ ຢູ່ ດ່າລາດ.

        Festival ດອກໄມ້ ດ່າລາດຄັ້ງທີ 8 - ປີ 2019 ຈະດຳເນີນໃນເວລາ 5 ວັນ ດ້ວຍບັນດາການເຄື່ອນໄຫວແນໃສ່ເຊີດຊູຄຸນຄ່າຂອງດອກໄມ້ ແລະ ຂະແໜງດອກໄມ້, ເຄື່ອງໝາຍການຄ້າທ່ອງທ່ຽວ ດ່າລາດ - ເລິມດົ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ