ງານ Festival ອາຊີບຫັດຖະກຳເຫ້ວ: ຢັ້ງຢືນເຄື່ອງໝາຍການຄ້າ

(VOVWORLD) -  ຕອນຄ່ຳວັນທີ 01 ພຶດສະພາ, ງານ Festival ອາຊີບຫັດຖະກຳເຫ້ວຄັ້ງທີ 8 - ປີ 2019 ດ້ວຍຫົວຂໍ້ວ່າ “ສິ່ງຍອດຍິ່ງອາຊີບຫວຽດ” ຖືກອັດລົງຢູ່ສະໜາມຫລວງ ກວ໊ກຮອັກ, ນະຄອນ ເຫ້ວ.

ງານ Festival ອາຊີບຫັດຖະກຳເຫ້ວ: ຢັ້ງຢືນເຄື່ອງໝາຍການຄ້າ - ảnh 1 ງານ Festival ອາຊີບຫັດຖະກຳເຫ້ວ

ຖືກດຳເນີນມາແຕ່ວັນທີ 26 ເມສາ, ງານ Festival ອາຊີບຫັດຖະກຳ ເຫ້ວ 2019 ໄດ້ດຶງດູດ 16 ກຸ່ມອາຊີບ, ດ້ວຍ 60 ໝູ່ບ້ານອາຊີບ ແລະ ນັກສິລະປະການປະຊາຊົນ, ນັກສິລະປະການດີເດັ່ນ, ສີມືອັນຄ່ອງແຄ້ວກ່ວາ 350 ຄົນ ທີ່ມາຈາກບັນດາໝູ່ບ້ານທີ່ມີຊື່ສຽງຢູ່ພາຍໃນປະເທດຄື: ຮ່າຢາງ, ຮ່ວາບີ່ງ, ຮ່າໂນ້ຍ, ທ໊າຍບີ່ງ, ຮ່ານາມ, ເລິມດົ່ງ, ເທື່ອທຽນເຫ້ວ…ສິ່ງທີ່ເປັນໜ້າສົນໃຈໃນງານ Festival ອາຊີບຫັດຖະກຳເຫ້ວ ມີການເຂົ້າຮ່ວມຂອງນັກສິລະປະການ 70 ຄົນທີ່ມາຈາກ 7 ນະຄອນສາກົນ ມີການພົວພັນແຮກສ່ຽວ, ຮ່ວມມືກັບ ເຫ້ວ ແລະ ສະຫະສະມາຄົມອາຊີບ, ວິສາຫະກິດ 3 ແຫ່ງທີ່ມາຈາກ ຍີ່ປຸ່ນ, ສ.ເກົາຫຼີ, ຈີນ ແລະ ຕວກກີ. ກ່າວຄຳເຫັນທີ່ພິທີອັດ, ທ່ານ ຫງວຽນດັງແທ້ງ, ຮອງປະທານຜູ້ປະຈຳການຄະນະກຳມະການປະຊາຊົນນະຄອນ ເຫ້ວ, ຮອງຫົວໜ້າຄະນະຈັດຕັ້ງງານ Festival ອາຊີບຫັດຖະກຳເຫ້ວ 2019 ຢືນຢັນວ່າ:

        ງານ Festival ອາຊີບຫັດຖະກຳເຫ້ວ 2019 ມີການເຄື່ອນໄຫວອຸດົມສົມບູນ, ຈັບອົກຈັບໃຈຫລາຍຢ່າງຄື: ງານບຸນເສື້ອຍາວ, ງານບຸນດອກໄມ້ໝູ່ບ້ານອາຊີບ, ງານບຸນບອນລູນກໍ່ຄືບັນດາລາຍການວັດທະນະທຳວົງຄະນະຍາດ ທີ່ໄດ້ແນະນຳສີສັນວັດທະນະທຳເຫ້ວ, ສິ່ງຍອດຍິ່ງຂອງອາຊີບຫັດຖະກຳ ຫວຽດນາມ. ການນຳນະຄອນເຫ້ວ ແລະ ຄະນະຈັດຕັ້ງງານ Festival ມີຄວາມປາດຖະໜາ ແລະ ຈະມານະຍາຍາມປະຕິບັດງານ Festival ອາຊີບຫັດຖະກຳ ເຫ້ວ ໃຫ້ນັບມື້ນັບໄດ້ຮັບການຢັ້ງຢືນເຄື່ອງໝາຍການຄ້າທີ່ມີຄຸນນະພາບກ່ວາ ແລະ ເປັນມືອາຊີບກ່ວາ, ໄດ້ຮັບຄວາມສົນໃຈ ແລະ ເຫັນດີສະໜັບສະໜູນຈາກພໍ່ແມ່ປະຊາຊົນ ແລະ ແຂກທ່ອງທ່ຽວສາກົນ.

        ງານFestival ອາຊີບຫັດຖະກຳເຫ້ວ ຈັດຕັ້ງປະສົບຜົນສຳເລັດໄດ້ປະກອບສ່ວນປະຕິບັດຄາດໝາຍສ້າງນະຄອນເຫ້ວສົມເປັນນະຄອນວັດທະນະທຳ ອາຊຽນ, ນະຄອນ Festival ທີ່ເປັນເອກະລັກສະເພາະຂອງ ຫວຽດນາມ ຢ່າງມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ