ງານ Festival ແພໄໝ ແລະ ແຜ່ນແພພື້ນເມືອງຫວຽດນາມ-ອາຊີ 2017

(VOVWORLD) -ຕອນເຊົ້າວັນທີ 12 ມີຖຸນາ,ໄດ້ໄຂງານ Festival ແພໄໝ ແລະ ແຜ່ນແພພື້ນເມືອງຫວຽດນາມ-ອາຊີ 2017
ງານ Festival ແພໄໝ ແລະ ແຜ່ນແພພື້ນເມືອງຫວຽດນາມ-ອາຊີ 2017  - ảnh 1 ພິທີຕັດແຖບຜ້າໄຂງານ Festival ແພໄໝ ແລະ ແຜ່ນແພພື້ນເມືອງຫວຽດນາມ-ອາຊີ 2017

ຕອນເຊົ້າວັນທີ 12 ມີຖຸນາ, ງານ Festival ແພໄໝ ແລະ ແຜ່ນແພພື້ນເມືອງຫວຽດນາມ-ອາຊີ 2017 ຊຶ່ງແມ່ນງານບຸນພິເສດໃນຂອບເຂດ ງານ Festivalມໍລະດົກແຂວງກວາງນາມຄັ້ງທີ 6 ໄດ້ຖືກໄຂຂຶ້ນຢູ່ບ້ານແພໄໝໂຫ້ຍອານ. ງານ Festival ມີການເຂົ້າຮ່ວມຂອງ 7 ປະເທດທີ່ມີພື້ນຖານຕ່ຳແພໄໝທີ່ມີຊື່ສຽງຢູ່ອາຊີ ແລະ 12 ບ້ານອາຊີບແພໄໝ, ແຜ່ນແພພື້ນເມືອງຫວຽດນາມ. ທ່ານເລທ້າຍວູ້ ປະທານສະພາບໍລິຫານງານບໍລິສັດແພໄໝກວາງນາມ, ຮອງຫົວໜ້າຄະນະຈັດຕັ້ງ ງານ Festivalໃຫ້ຮູ້ວ່າ : 

    “  ບ້ານແພໄໝໂຫ້ຍອານໃນປະຈຸບັນ ປຽບເໝືອນຫໍພິພິທະພັນທີ່ມີຊີວິດກ່ຽວກັບອາຊີບແພໄໝ. ບ້ານແພໄໝໂຫ້ຍອານບໍ່ພຽງແຕ່ເປັນຂີດໝາຍວິວັດການພັດທະນາຂອງອາຊີບແພໄໝຂອງໂຫ້ຍອານເທົ່ານັ້ນ ຫາກຍັງແມ່ນຕົ້ນກຳເນີດຂອງຂະແໜງຕ່ຳແພໄໝທີ່ມີມາແຕ່ດົນນານ ແລະ ປະສົບຜົນສຳເລັດຂອງຊາວຈຳປາ. ປີ 2012, ໂຫ້ຍອານໄດ້ເຂົ້າເປັນສະມາຊິກສະຫະສະມາຄົມແພໄໝຂອງອາຊີ, ປີ 2014 ເຂົ້າເປັນສະມາຊິກສະຫະສະມາຄົມແພໄໝສາກົນ. ຈາກນັ້ນ ພວກເຮົາຈຶ່ງມີໂອກາດເຂົ້າຮ່ວມພັດທະນາພ້ອມກັບປະຊາຄົມ ແລະ ສະຫະປະຊາຄົມເພື່ອຊອກຫາທິດກ້າວເດີນໃຫ້ທັງອາຊີ ແລະ ໂລກອີກດ້ວຍ”

ຕອບກັບ

ຂ່າວ/ບົດ​ອື່ນ