ງານຊຸມນຸມມິດຕິງ ສະເຫຼີມສະຫຼອງ 101 ປີ ແຫ່ງວັນການປະຕິວັດເດືອນຕຸລາ ລັດເຊຍ

(VOVWORLD) -ຕອນບ່າຍວັນທີ 07 ພະຈິກ, ໃນເວລາ 15 ໂມງ (ຕາມເວລາ ມົດສະກູ), ທີ່ນະຄອນຫຼວງມົດສະກູ ສະຫະພັນລັດເຊຍ, ໄດ້ດໍາເນີນພິທີເດີນຂະບວນ ແລະ ງານຊຸມນຸມມິດຕິງ ສະເຫຼີມສະຫຼອງວັນການປະຕິວັດສັງຄົມນິຍົມເດືອນຕຸລາ ທີ່ຍິ່ງໃຫຍ່ ຄົບຮອບ 101 ປີ. 

ຄະນະກໍາມະການສູນກາງພັກກອມມູນິດ ສະຫະພັນລັດເຊຍ, ຝ່າຍພັກກອມມູນິດລັດເຊຍ ທີ່ Duma ແຫ່ງຊາດ, ຄະນະກໍາມະການເຂດຕ່າງໆ ແລະ ນະຄອນ ມົດສະກູ ຂອງພັກກອມມູນິດລັດເຊຍ, ຂະບວນການສະໜັບສະໜູນກອງທັບ, ສະມາຄົມບັນດານາຍທະຫານໂຊວຽດ, ຂະບວນແມ່ຍິງທົ່ວລັດເຊຍ “ຄວາມຫວັງຂອງລັດເຊຍ”, ຄະນະຊາວໜຸ່ມກອມມູນິດເລນິນ, ບັນດາຂະບວນ ແລະ ອົງການຈັດຕັ້ງສັງຄົມຝ່າຍຊ້າຍອື່ນ ຈະດໍາເນີນພິທີເດີນຂະບວນ ແລະ ຈັດງານຊຸມນຸມສະເຫຼີມສະຫຼອງເຫດການດັ່ງກ່າວ ຢ່າງສົມກຽດ .

        ກ່ອນໜ້ານັ້ນ, ຕອນເຊົ້າວັນທີ 07 ພະຈິກ, ໃນເວລາ 10 ໂມງ (ຕາມເວລາ ມົດສະກູ), ຢູ່ຈັດຕຸລັດແດງ ຈະດໍາເນີນພິທີສວນສະໜາມ ຊຶ່ງໄດ້ວາດພາບເຖິງການສວນສະໜາມທີ່ແຫ່ງເທບນິຍາຍ ເມື່ອປີ 1941, ສະເຫຼີມສະຫຼອງ 77 ປີ ແຫ່ງວັນເລີ່ມດໍາເນີນສົງຄາມເພື່ອປ້ອງກັນປະເທດທີ່ຍິ່ງໃຫຍ່ (1941 – 1945) ຂອງປະຊາຊົນ ໂຊວຽດ ໃນເມື່ອກ່ອນ, ປັດຈຸບັນແມ່ນ ສະຫະພັນລັດເຊຍ.

        ເນື່ອງໃນໂອກາດນີ້, ຕອນເຊົ້າວັນທີ 7 ພະຈິກ, ຄະນະຜູ້ແທນຄະນະພັກນະຄອນ, ສະພາປະຊາຊົນ, ຄະນະກໍາມະການປະຊາຊົນ ແລະ ແນວໂຮມປະເທດຊາດຫວຽດນາມ ນະຄອນ ຮ່າໂນ້ຍ ກໍໄດ້ໄປວາງພວງມາລາ ທີ່ອະນຸສາວະລີ V.I. Lenin ຢູ່ສວນດອກໄມ້ ຈີລັງ, ເມືອງບາດິງ, ນະຄອນຮ່າໂນ້ຍຂອງຫວຽດນາມ. ກໍໃນຕອນເຊົ້າຂອງວັນດຽວກັນ, ຊາວໜຸ່ມນະຄອນຮ່າໂນ້ຍ, ຕາງໜ້າບັນດາອົງການ,  ອົງການຈັດຕັ້ງມະຫາຊົນຂອງນະຄອນຮ່າໂນ້ຍ ກໍ່ໄດ້ໄປວາງພວງມາລາ ຢູ່ອະນຸສາວະລີ V.I. Lenin ເຊັ່ນດຽວກັນ

ຕອບກັບ

ຂ່າວ/ບົດ​ອື່ນ