ງານ​ຊຸມ​ນຸມ​ມິດ​ຕິງຕອ​ບ​ສະ​ໜອງ​ເດືອນ​ເຄື່ອນ​ໄຫວ, ປ້ອງ​ກັນ, ຕ້ານ​ຢາ​ເສບ​ຕິດ

(VOVWORLD) - ຕອນຄ່ຳວັນທີ 26 ມິຖຸນາ, ກະຊວງຕຳຫຼວດ ຫວຽດນາມ ໄດ້ສົມທົບກັບແຂວງ ເງະອານ ຈັດງານຊຸມນຸມມິດຕິງຕອບສະໜອງເດືອນເຄື່ອນໄຫວປ້ອງກັນ, ຕ້ານຢາເສບຕິດ; ວັນສາກົນ, ວັນທົ່ວປວງຊົນປ້ອງກັນ, ຕ້ານຢາເສບຕິດ ແລະ ຍ້ອງຍໍຊົມເຊີຍຕົວແບບດີເດັ່ນໃນການປະຕິບັດແຜນຮ່າງກໍ່ສ້າງ “ຕາແສງຊາຍແດນປອດຢາເສບຕິດ”. 
ງານ​ຊຸມ​ນຸມ​ມິດ​ຕິງຕອ​ບ​ສະ​ໜອງ​ເດືອນ​ເຄື່ອນ​ໄຫວ, ປ້ອງ​ກັນ, ຕ້ານ​ຢາ​ເສບ​ຕິດ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລແທັ່ງລອງ ກ່າວຄຳເຫັນທີ່ພິທີ (ພາບ: nghean.gov.vn)

ເຂົ້າຮ່ວມພິທີ ມີທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລແທັ່ງລອງ ພ້ອມດ້ວຍການນຳບັນດາກະຊວງ, ຂະແໜງການຂັ້ນສູນກາງ, ຜູ້ຕາງໜ້າການນຳ 9 ແຂວງ ມີຊາຍແດນຕິດກັບ ລາວ.

        ທີ່ພິທີໂຮມຊຸມນຸມມິດຕິງ, ທ່ານຮອງນາຍົກລັດຖະມົນຕີປ ເລແທັ່ງລອງ ສະເໜີໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ສືບຕໍ່ຊີ້ນຳນຳພາ, ເສີມຂະຫຍາຍບົດບາດ, ຄວາມຮັບຜິດຊອບຂອງຜູ້ນຳໜ້າໃນການປະຕິບັດວຽກງານປ້ອງກັນ, ຕ້ານຢາເສບຕິດຢ່າງຂ້ຽວຂາດ ແລະ ມີປະສິດທິຜົນ; ຜັນຂະຫຍາຍກົດໝາຍວ່າດ້ວຍການປ້ອງກັນ, ຕ້ານຢາເສບຕິດປີ 2021 ແລະ ເອກະສານສະບັບຕ່າງໆທີ່ໄດ້ປະກາດໃຊ້ໃຫ້ມີປະສິດທິຜົນ; ເພີ່ມທະວີວຽກງານໂຄສະນາກ່ຽວກັບວິທີປ້ອງກັນ, ຕ້ານຢາເສບຕິດຕາມທິດຫຼາຍຮູບຫຼາຍແບບທັງດ້ານເນື້ອໃນ ແລະ ຮູບແບບ ເພື່ອຍົກສູງກຳລັງ “ຕ້ານທານ” ຂອງທົ່ວສັງຄົມສຳລັບວິນາດສະກຳຢາເສບຕິດ ເທື່ອລະກ້າວ.


ຕອບກັບ

ຂ່າວ/ບົດ​ອື່ນ