ງານຊຸມນຸມມິດຕິງສະເຫຼີມ ສະຫຼອງ 60 ປີແຫ່ງ ວັນປົດປ່ອຍນະຄອນຫຼວງ

ງານຊຸມນຸມມິດຕິງສະເຫຼີມ ສະຫຼອງ 60 ປີແຫ່ງ ວັນປົດປ່ອຍນະຄອນຫຼວງ - ảnh 1

ທ່ານ​ຟ້າ​ມກວາງ​ງິ້ກ່າວ​ຄຳ​​ເຫັນທີ່​ພິທີ

(ພາບ: http://vnexpress.net )

 (vovworld)-ງານຊຸມນຸມມິດຕິງສະເຫຼີມສະຫຼອງ 60 ປີແຫ່ງວັນປົດປ່ອຍນະຄອນຫຼວງ (10/10/1954-10/10/2014) ​ ​ໄດ້ຖືກຈັດຂຶ້ນຢ່າງສົມກຽດໃນຕອນເຊົ້າວັນທີ 10/10 ຢູ່ຮ່າໂນ້ຍໂດຍມີການເຂົ້າຮ່ວມຂອງບັນດາການນຳພັກ, ລັດ, ລັດຖະບານ, ສະພາແຫ່ງຊາດຫວຽດນາມ, ບັນດານັກປະຕິວັດຜູ້ອະວຸໂສ ພ້ອມດ້ວຍຜູ້ຕາງໜ້າ ປຊຊ ທຸກຊັ້ນວັນນະແລະ ບັນດາອົງການທຸຕານຸທູດປະຈຳຮ່າໂນ້ຍ.

  ກ່າວສູນ​ທອນ​ພົດ​ທີ່​ພິທີ, ທ່ານ​ຟ້າ​ມກວາງ​ງິ້, ​ເລຂາ​ຄະນະ​ພັກ​ນະຄອນຫຼວງ​ຮ່າ​ໂນ້ຍ ຢືນຢັນ​ວ່າ: 60 ປີ​ແຫ່ງ​ວັນ​ປົດ​ປ່ອຍ​ນະຄອນຫຼວງ​ຮ່າ​ໂນ້ຍ ​ແມ່ນ​ເຫດການ​ສຳຄັນ​ຍິ່ງ ​ແລະ ສະຫງ່າ​ງລາສີ​ໃນ​ປະຫວັດສາດ​ແຫ່ງ​ອະລິຍະ​ທຳ​ນັບ​ພັນ​ປີ​ຂອງ​ທັງ​ລອງ-​ຮ່າ​ໂນ້ຍ:

  “ນັບແຕ່ຈຸດເວລານັ້ນ, ນະຄອນຫຼວງຮ່າໂນ້ຍ ພ້ອມກັບທົ່ວປະເທດກ້າວເຂົ້າສູ່ໜ້າປະຫວັດສາດໃໝ່, ຄວາມເອກະອ້າງທະນົງໃຈນັ້ນຂຶ້ນກັບ ປຊຊ ຫວຽດນາມ ວິລະຊົນ, ​ໃນນັ້ນມີທະຫານແລະ ປຊຊ ນະຄອນຫຼວງ. ​ໂດຍພາຍໃຕ້ການນຳພາຂອງພັກ, ຊື່ ນຳໜ້າແມ່ນປະທານໂຮ່ຈິມິນ, ທະຫານແລະ ປຊຊ ນະຄອນຫຼວງໄດ້ຕໍ່ສູ້ຢ່າງພິລາດອາດຫານແລະໄດ້ຮັບໄຊຊະນະຢ່າງສະຫງ່າອົງອາດ“.

  ທ່ານ​ເລຂາ​ຄະນະ​ພັກ​ນະຄອນຫຼວງ​ຮ່າ​ໂນ້ຍ ຟ້າ​ມກວາງ​ງິ້ ຢືນຢັນ​ວ່າ, ພາຍຫຼັງ​ປີ 1975, ຮ່າ​ໂນ້ຍພ້ອມ​ກັບ​ທົ່ວ​ປະ​ເທດ ຕັດສິນ​ໃຈດຳ​ເນີນ​ພາລະ​ປິດ​ປ່ຽນ​ແປງ​ໃໝ່, ບັນລຸ​ໄດ້​ບັນດາ​ຜົນງານ​ທີ່​ສຳຄັນ, ນຳ​ປະ​ເທດ​ຊາດ​ກ້າວ​ຂຶ້ນ. ​ໃນ​ໄລຍະ​ການ​ປະຕິວັດ​ໃຫ່ມ, ນະຄອນຫຼວງ​ຮ່າ​ໂນ້ຍ ຈະ​ມານະ​ພະຍາຍາມ​ກ່ວາ​ອີກ​ເພື່ອ​ກາຍ​ເປັນ​ແບບຢ່າງ​ດີ​ເດັ່ນ​ຂອງ​ທົ່ວ​ປະ​ເທດ, ປະກອບສ່ວນ​ປັບປຸງ, ​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ ປຊຊ ທີ່​ມີ​ຕໍ່​ພັກ, ລັດ, ລະບອບ​ສັງຄົມ​ນິຍົມ:

  “ເພື່ອສົມກັບບັນດາຄຸນງາມຄວາມດີແລະ ການເສຍສະຫຼະອັນໃຫ່ຍຫຼວງຂອງຄົນລຸ້ນກ່ອນ, ຊາວຮ່າໂນ້ຍໃນທຸກວັນນີ້ ຕ້ອງເສີມຂະຫຍາຍມູນເຊື້ອປະຫວັດສາດ, ວັດທະນະທຳແລະ ການປະຕິວັດ​, ຕັດສິນໃຈສ້າງສານະຄອນຫຼວງຮ່າໂນ້ຍ ພັດທະນາຢ່າງຮອບດ້ານແລະ ໝັ້ນຄົງ, ສ້າງນະຄອນຫຼວງຂຽວ, ອະລິຍະທຳ, ສີວິໄລ, ທັນສະໄໝ, ສົມເປັນສູນກາງການເມືອງ, ການປົກຄອງ​​ແຫ່ງຊາດ, ສູນກາງວັດທະນະທຳ, ວິທະຍາສາດ, ການສຶກສາ, ​ເສດຖະກິດແລະ ພົວພັນກັບສາກົນຂອງທົ່ວປະເທດ, ສົມກັບຄວາມໄວ້ເນື້ອເຊື່ອໃຈຂອງ ປຊຊ, ຄວາມຮັກແພງຂອງເພື່ອນມິດສາກົນ“.

  ທີ່​ພິທີ​ສະ​ເຫຼີ​ມສະຫຼອງ​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າຂອງ​ວັນ​ທີ 10/10, ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕິ​ນຊາງ ​ໄດ້​ປະດັບ​ຫຼຽນ​ໄຊ​ໂຮ່ຈິ​ມິນ ຊື່​ງ​ແມ່ນ​ລາງວັນ​ອັນ​ສູງ​ສົ່ງ​ຂອງ​ພັກ, ລັດ ​ໃຫ້​ແກ່ ປຊຊ ​ແລະ ພະນັກງານ​ນະຄອນ​ຮ່າ​ໂນ້ຍ ຍ້ອນ​ມີ​ບັນດາ​ຜົນງານ​ດີ​ເດັ່ນ​ໃນ​ພາລະ​ກິດ​ການ​ປະຕິວັດ​ຂອງ​ພັກ ​ແລະ ຂອງ​ຊາດ./.

ຂ່າວ/ບົດ​ອື່ນ