ງານຊຸມນຸມມິຕິງສະເຫຼີມ ສະຫຼອງວັນຄ້າຍວັນເກີດ ປະທານສະພາແຫ່ງລັດ Vo Chi Cong

ງານຊຸມນຸມມິຕິງສະເຫຼີມ ສະຫຼອງວັນຄ້າຍວັນເກີດ ປະທານສະພາແຫ່ງລັດ Vo Chi Cong - ảnh 1

ການ​ເຄື່ອນ​ໄຫວ​ຕ່າງໆ​ລະນຶກວັນ​ຄ້າຍ​ວັນ​ເກີດທ່ານ Vo Chi Cong

(ພາບ:dantri.com.vn)​

( vovworld ) – ຕອນ​ເຊົ້າວັນ​ທີ 6/8, ຢູ່​ສູນວັດທະນະທຳ​ແຂວງ Quang Nam, ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ, ສະພາ​ແຫ່ງ​ຊາດ, ລັດຖະບານ, ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ແລະ ແຂວງ Quang Nam ​ໄດ້​ຈັດງານ​ໂຮມ​ຊຸມນຸມ​ມິ​ຕິງ ສະ​ເຫຼີ​ມສະຫຼອງ 100 ປີ​ແຫ່ງ​ວັນ​ຄ້າຍ​ວັນ​ເກີດ​ປະທານ​ສະພາ​ແຫ່ງ​ລັດ Vo Chi Cong ​ຢ່າງ​ສົມ​ກຽດ. ​ເຂົ້າຮ່ວມ​ພິທີ​ມີ​ທ່ານ​ປະທານ​ປະ​ເທດ​ຫວຽດນາມ Truong Tan Sang, ອະດີດປະທານ​ປະ​ເທດ Tran Duc Luong, ປະທານຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​Huynh Dam ແລະ ບັນດາ​ທ່ານ​ອະດີດ​ຮອງ​ປະທານ​ປະ​ເທດ, ອະດີດ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ, ອະດີດ​ຮອງ​ນາຍົກລັດຖະມົ​ນຕີ ພ້ອມ​ດ້ວຍ​ຜູ້ຕາງໜ້າ​ບັນດາ​ນັກ​ປະຕິວັດ​ຜູ້​ອາວຸ​ໂສ ​ແລະ ຄອບຄົວ, ຍາດຕິ​ພີ່ນ້ອງ​ຂອງປະທານ​ສະພາ​ແຫ່ງ​ລັດ Vo Chi Cong, ບັນດາ​ແມ່​ຫວຽ​ດນາມ ວິລະ​ຊົນ ​ແລະ ປະຊາຊົນ​ທຸກ​ຊັ້ນວັນນະ​ເປັນ​ຈຳນວນ​ຫຼວງ​ຫຼາຍ. ນະ​ພິທີ, ທ່ານ​ປະທານ​ປະ​ເທດ​ຫວຽດນາມ Truong Tan Sang ​ໄດ້​ຫວນ​ຄືນ​ບັນດາ​ໄລຍະ​ທາງ​ແຫ່ງ​ການ​ເຄື່ອນ​ໄຫວ​ປະຕິວັດ ​ແລະ ການ​ປະກອບສ່ວນ​ອັນ​ໃຫ່ຍຫຼວງ​ຂອງປະທານ​ສະພາ​ແຫ່ງ​ລັດ Vo Chi Cong ທີ່​ມີ​ຕໍ່​ພາລະກິດ​ການ​ປະຕິວັດ​ຂອງ​ພັກ, ຂອງ​ຊາດ​ຫວຽດນາມ ​ແລະ ຂອງ​ບ້ານ​ເກີດ​ເມືອງ​ນອນ Quang Nam-Da Nang. ທ່ານ​ປະທານ​ປະ​ເທດ​ຫວຽດນາມ Truong Tan Sang ຮັບ​ຮູ້​ບັນດາ​ຄຸມ​ງາມ​ຄວາມ​ດີ​ອັນ​ໃຫ່ຍຫຼວງ​ຂອງ​ປະທານ Vo Chi Cong ​ໃນ​ພາລະກິດ​ສ້າງສາ​ປະ​ເທດ​ຊາດ:

ດ້ວຍ​ນ້ຳໃຈ​ຮັບຜິດຊອບ​ສູງ​ຕໍ່​ພັກ ​ແລະ ປະຊາຊົນ, ​ໃນ​ທຸກ​ຖານະ​ຕຳ​ແໜ່​ງ, ຍາມ​ໃດ​ສະຫາຍ​ກໍ່​ຄິດ​ຄຳນຶງເຖິງ​ເສັ້ນທາງ​ກ້າວ​ຂຶ້ນຂອງ​ການ​ປະຕິວັດ, ຊອກຮູ້​ການ​ປ່ຽນ​ແປງ​ຈິນຕະນາການ​ເສດຖະກິດ, ​ໂດຍສະ​ເພາ​ະ​ແມ່ນ​ໃນ​ຂົງ​ເຂດ​ກະສິກຳ. ​ໂດຍ​ເລິ່ມຈາກ​ພຶດຕິ​ກຳ​ຕົວ​ຈິງ, ຮັບຟັງ​ຄຳ​ເຫັນ​ຈາກປະຊາຊົນ, ສະຫາຍ​ໄດ້​ຍົກ​ອອກ​ຫຼາຍ​ຄຳ​ເຫັນທີ່​ສຳຄັນ, ປະກອບສ່ວນ​ສ້າງ​ຄຳ​ສັ່ງ​ເລກ 100 ກ່ຽວ​ກັບ​ການ​ປະຕິ​ຮູບ​ມອບ​ເໝົາ​ຜະລິດ​ຕະພັນ. ນີ້​ແມ່ນ​ບາດກ້າວ​ບຸກທະລຸ​ໃນ​ຂົງ​ເຂດ​ກະສິກຳ​ເວົ້າສະ​ເພາະ ​ແລະ ພາລະກິດ​ປ່ຽນ​ແປງ​ໃໝ່​ເວົ້າລວມ, ​ໃນນັ້ນ, ການ​ປະກອບສ່ວນ​ຂອງ​ສະຫາຍ Vo Chi Cong  ​ແມ່ນ​ຫຼວງ​ຫຼາຍ​ທີ່​ສຸດ

 
ງານຊຸມນຸມມິຕິງສະເຫຼີມ ສະຫຼອງວັນຄ້າຍວັນເກີດ ປະທານສະພາແຫ່ງລັດ Vo Chi Cong - ảnh 2

ປະທານ Vo Chi Cong  ກັບ​ເຍົາວະ​ຊົນ

(ພາບ:doankhoidn.net)

   ດ້ວຍ​ບັນດາ​ຄຸນງາມຄວາມດີ, ການ​ອຸທິດ​ສ່ວນ​ອັນ​ໃຫ່ຍຫຼວງ​ທີ່​ມີ​ຕໍ່​ພາລະກິດ​ການ​ປະຕິວັດ​ຂອງ​ພັກ ​ແລະ ຂອງ​ຊາດ, ປະທານ Vo Chi Cong ​ໄດ້​ຮັບ​ຫຼຽນ​ໄຊ​ດາວ​ຄຳ​ຈາກ​ພັກ ​ແລະ ລັດ​ຫວຽດນາມ, ຫຼຽນ​ກາ 70 ປີ​​ເຂົ້າ​ເປັນ​ສະມາ​ຊິກ​ພັກ ​ແລະ ບັນດາ​ຫຼຽນ​ໄຊ, ຫຼຽນ​ກາ​ອັນ​ສູງ​ສົ່ງ​ອື່ນໆ. ທ່ານ​ປະທານ​ປະ​ເທດ​ຫວຽດນາມ Truong Tan Sang ​ເນັ້ນໜັກ​ວ່າ:

  “​ໂດຍ​ແມ່ນ​ລູກສິດ​ຜູ້ດີ​ເດັ່ນ​ຂອງ​ປະທານ​ໂຮ່ຈິ​ມິນ, ຕະຫຼອດ​ຊີວິດ​ຂອງ​ຕົນ​, ສະຫາຍ ​Vo Chi Cong ມີ​ຄວາມຈົ່ງ​ຮັກ​ພັກດີ​ຕໍ່ຈຸດໝາຍ ອຸດົມ​ການ​ປະຕິວັດ​ຢ່າງ​ເດັດຂາດ, ​ເປັນຈິດ​ໜື່ງ​ໃຈດຽວ​ເພື່ອຮັບ​ໃຊ້ໃຫ້​ແກ່​ປະ​ເທດ​ຊາດ, ປະຊາຊົນ, ມີ​ແບບ​​ແຜນການ​ດຳລົງ​ຊີວິດ​ທີ່​ລຽບ​ງ່າຍ, ຖະໜອມ​ຖ່ອມຕົວ, ດຸ​ໝັ່ນ​ຂະຫຍັນ​ພຽນ, ປະຢັດ​ມັດທະຍັດ, ​ເຫັນ​ແກ່​ສ່ວນ​ລວມ ບໍ່​ເຫັນ​ແກ່​ສ່ວນ​ຕົວ, ຍາມ​ໃດ​ກໍ່ຖື​ເອົາ​ຜົນປະ​ໂຫຍ​ດຂອງ​ພັກ, ຂອງ​ປະ​ເທດ​ຊາດ, ຂອງ​ປະຊາຊົນ​​ເປັນ​ສິ່ງ​ສູງ​ສຸດ, ​ໃກ້ຊິດຕິດ​ແທດ​, ​ເຄົາລົບ​ນັບຖື​ປະຊາຊົນ, ​ສະຫາຍໄດ້​ຮັບ​ຄວາມ​ຮັກ​ແພງ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ​ເຄົາລົບຈາກ​ປະຊາຊົນ ​ແລະ ​ເພື່ອ​ນມິດສາ​ກົນ“.

ຂ່າວ/ບົດ​ອື່ນ