ງານຕະຫລາດນັດການຄ້າຫວຽດນາມ-ຈີນເຕົ້າໂຮມ400ກ່ວາຮ້ານວາງສະແດງ

ງານຕະຫລາດນັດການຄ້າຫວຽດນາມ-ຈີນເຕົ້າໂຮມ400ກ່ວາຮ້ານວາງສະແດງ - ảnh 1
ງານ​ຕະຫລາດນັດ​ການ​ຄ້າ​ການທ່ອງທ່ຽວ ຫວຽດນາມ - ຈີນ
(ພາບ:nhandan.com.vn)

(vovworld) –​​​ ​ ​ ດ້ວຍ​ຫົວ​ຂໍ້ “ມິດຕະພາບ, ການຮ່ວມ​ມື, ພ້ອມ​ກັນ​ພັດທະນາ” ງານ​ຕະຫລາດນັດ​ການ​ຄ້າ​ການທ່ອງທ່ຽວ ຫວຽດນາມ - ຈີນ ຈະ​ດຳ​ເນີນ​ໃນ​ລະຫວ່າງ​ວັນ​ທີ 16 – 22/12/2015 ຢູ່​ນະຄອນ ມ໋ອງກ໋າຍ, ​ແຂວງ ກວາງ​ນິງ. ນອນ​ໃນລາຍການ​ສົ່ງ​ເສີມ​ການ​ຄ້າ​ແຫ່ງ​ຊາດປີ 2015, ນີ້​​ແມ່ນ​ຄັ້ງທີ 10 ງານ​ຕະຫລາດນັດ​ໄດ້​ຈັດ​ຕັ້ງ​ຢ່າງ​ລຽນຕິດ​ເປັນ​ປະຈຳ​ປີ​ລະຫວ່າງ 2 ​ແຂວງ ກວາງ​ນິງ (ຫວຽດນາມ) ​ແລະ ​ແຂວງ ກວາງຊີ (ຈີນ) ຕາມ​ຂໍ້​ຕົກລົງທີ່​ລົງ​ນາມລະຫວ່າງ​ກະຊວງ​ອຸດ​ສາ​ຫະກຳການ​ຄ້າ ຫວຽດນາມ ກັບ​ອຳນາດ​ການ​ປົກຄອງ​ປະຊາຊົນ​ແຂວງ ກວາງຊີ - ຈີນ. ງານ​ຕະຫລາດ​ນັດການ​ຄ້າ​ການທ່ອງທ່ຽວ ຫວຽດນາມ - ຈີນ ປີ​ນີ້​ມີ​ຮ້ານ​ວາງສະ​ແດງ​ກ່ວາ 400 ຮ້ານ; ​ໃນ​ນັ້ນມີ 300 ຮ້ານ​ແມ່ນ​ຂອງ​ວິ​ສາ​ຫະກິດ ຫວຽດນາມ.

ຂ່າວ/ບົດ​ອື່ນ