ງານຕະຫລາດນັດທ່ອງທ່ຽວສາກົນຫວຽດນາມປີ2017ມຸ່ງໄປເຖິງການດຶງດູດແຂກມາຈາກອາເມລິກາ

ງານຕະຫລາດນັດທ່ອງທ່ຽວສາກົນຫວຽດນາມປີ2017ມຸ່ງໄປເຖິງການດຶງດູດແຂກມາຈາກອາເມລິກາ - ảnh 1
ງານ​ຕະ​ຫລາດ​ນັດ​ທ່ອງ​ທ່ຽວ​ສາ​ກົນ​ຫວຽດ​ນາມ 2016
ພາບ:laodongthudo

(vovworld)- ງານ​ຕະ​ຫລາດ​ນັດ​ທ່ອງ​ທ່ຽວ​ສາ​ກົນ​ຫວຽດ​ນາມ(VITM) 2017 ດ້ວຍ​ຫົວ​ຂໍ້: “ຮ່າ​ໂນ້ຍ - ຈຸດນ​ັດ​ພົບ​ຂອງ​ທ່ອງ​ທ່ຽວ​ຫວຽດ​ນາມ” ຈະ​ດຳ​ເນີນ​ແຕ່​ວັນ​ທີ 6-9/4 ຢູ່ ຮ່າ​ໂນ້ຍ. ມາ​ຮອດ​ປະ​ຈຸ​ບັນ ມີ 652 ວິ​ສາ​ຫະ​ກິດ, ອົງ​ການ​ຄຸ້ມ​ຄອງ, ສົ່ງ​ເສີມ​ການ​ທ່ອງ​ທ່ຽວ​ມາ​ຈາກ 43 ແຂວງ, ນະ​ຄອນ ຂອງ​ຫວຽດ​ນາມ ແລະ 25 ປະ​ເທດ, ເຂດ​ແຄ້ວນ​ລົງ​ທະ​ບຽນ​ເຂົ້າ​ຮ່ວມ​ງານ​ຕະ​ຫລາດ​ນັດ​ດັ່ງ​ກ່າວ. ງານ​ຕະ​ຫລາດ​ນັດ​​ທ່ອງ​ທ່ຽວສາ​ກົນ​ຫວຽດ​ນາມ ຈະ​ຮ່ວມ​ກັບ​ຮ່າ​ໂນ້ຍ​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ ມາ​ຢ້ຽມ​ຢາມ​ນະ​ຄອນ​ຫລວງ. ຈຸດ​ໃຫມ່​ໃນ​ງານ​ຕະ​ຫລາດ​ນັດ​ຄັ້ງ​ນີ້​ແມ່ນ​ມຸ່ງ​ໄປ​ເຖິງ​ຕະ​ຫລາດ​ແຂກ​ທ່ອງ​ທ່ຽວ​ມາ​ຈາກ ອາ​ເມ​ລິ​ກາ. ຕາມ​ຄະ​ນະ​ຈັດ​ຕັ້ງ​ແລ້ວ, ຈະ​ເຊື້ອ​ເຊີນ​ຄະ​ນະ​ຜູ້​ແທນ​ລວມ​ມີ 15 ບໍ​ລິ​ສັດ​ທ່ອງ​ທ່ຽວ ໂດຍ ການ​ນຳ​ສະ​ຫະ​ສະ​ມາ​ຄົມ​ທ່ອງ​ທ່ຽວ ອາ​ເມ​ລິ​ກາ ນຳ​ຫນ້າ ມາ​ຢ້ຽມ​ຢາມ​ຫວຽດ​ນາມ.


ຕອບກັບ

ຂ່າວ/ບົດ​ອື່ນ