ງານຕະຫຼາດນັດ Hannover ຢູ່ ເຢຍລະມັນ ຟົດຟື້ນຄືນໃໝ່

(VOVWORLD) -. ຈຸດສຸມຂອງງານຕະຫຼາດນັດ Hannover ປີ 2022 ແມ່ນ ເຕັກໂນໂລຊີສະໜອງພະລັງງານສະອາດ, ປົກປ້ອງອາກາດ, ຫັນບັນດາເຕັກໂນໂລຊີການຜະລິດທີ່ແຕກຕ່າງກັນເປັນດີຈີຕອນ

ໃນລະຫວ່າງວັນທີ 30 ພຶດສະພາ ຫາວັນທີ 02 ມິຖຸນາ ຢູ່ນະຄອນ Hannover ປະເທດ ເຢຍລະມັນ, ງານຕະຫຼາດນັດ Hannover - ງານຕະຫຼາດນັດອຸດສາຫະກຳສຳຄັນແຖວໜ້າໂລກ - ໄດ້ຈັດຂຶ້ນໂດຍກົງຄືນໃໝ່ ພາຍຫຼັງຖືກຕັດຕອນເປັນເວລາ 2 ປີຍ້ອນໂລກລະບາດໂຄວິດ-19. ຈຸດສຸມຂອງງານຕະຫຼາດນັດ Hannover ປີ 2022 ແມ່ນ ເຕັກໂນໂລຊີສະໜອງພະລັງງານສະອາດ, ປົກປ້ອງອາກາດ, ຫັນບັນດາເຕັກໂນໂລຊີການຜະລິດທີ່ແຕກຕ່າງກັນເປັນດີຈີຕອນ, ພະລາທິການ ແລະ ການໄປມາ. ໃນຈຳນວນນັ້ນ, ບັນດາເຕັກໂນໂລຊີທັນສະໄໝຮັບໃຊ້ພື້ນຖານເສດຖະກິດປ່ອຍກາກບອນຕ່ຳ ແລະ ບັນດາຂັ້ນຕອນຜະລິດອັດສະລິຍະ, ປະຢັດພະລັງງານໄດ້ດຶງດູດຄວາມສົນໃຈຢ່າງຫຼວງຫຼາຍ. ມີວິສາຫະກິດປະມານ 2.500 ແຫ່ງເຂົ້າຮ່ວມງານຕະຫຼາດນັດປີນີ້, ໃນນັ້ນມີຫຼາຍວິສາຫະກິດ, ກຸ່ມບໍລິສັດໃຫຍ່ຄື: Microsoft, Amazon, SAP ຫຼື Google… ພ້ອມກັບວິສາຫະກິດຂະໜາດກາງ ແລະ ວິສາຫະກິດ startup. ງານຕະຫຼາດນັດປີນີ້ບໍ່ມີວິສາຫະກິດໃດຂອງ ລັດເຊຍ ເຂົ້າຮ່ວມ, ໃນຂະນະທີ່ມີວິສາຫະກິດ 8 ແຫ່ງຂອງ ຢູແກຼນ ເຊິ່ງເປັນຕົ້ນແມ່ນເຂົ້າຮ່ວມແບບທາງໄກ.

ຕອບກັບ

ຂ່າວ/ບົດ​ອື່ນ