ງານຕະຫຼາດນັດການຄ້າ ຫວຽດນາມ - ກຳປູເຈຍ 2013

ງານຕະຫຼາດນັດການຄ້າ ຫວຽດນາມ - ກຳປູເຈຍ 2013 - ảnh 1
ພິທີໄຂງານຕະຫຼາດນັດ ຫວຽດນາມ - ກຳປູເຈຍ 2013

(vovworld) – ຕອນ​ບ່າຍ​ວັນ​ທີ 3/ 4, ງານ​ຕະຫຼາດນັດ​ການ​ຄ້າ, ການ​ບໍລິການ ຫວຽດນາມ - ກຳປູ​ເຈຍ ປີ 2013 ຖືກ​ໄຂ​ຂຶ້ນ​ຢູ່ ພະນົມ​ເປັນ, ປະ​ເທດ ກຳປູ​ເຈຍ. ນີ້​ແມ່ນ​ການ​ເຄື່ອນ​ໄຫ​ວສົ່ງ​ເສີມ​ການ​ຄ້າ​ໄດ້​ຮັບ​ການຈັດ​ຕັ້ງ​ປະຈຳ​ປີ ​ເພື່ອ​ແນ​ໃສ່​ແນ​ະນຳ​ສິນຄ້າ ຫວຽດນາມ, ຊ່ວຍ​​​ໃຫ້​ຜູ້​ອຸປະ​ໂພ​ກບໍລິ​ໂພ​ກ ກຳປູ​ເຈຍ ມີ​​​ເງື່ອນ​ໄຂ​ເພື່ອ​ເລືອກ​ເຟັ້ນ​ບັນດາ​ຜະລິດ​ຕະພັນທີ່​ມີ​ຄຸນ​ນະພາ​ບສູງ, ປະກອບສ່ວນ​ຊຸກ​ຍູ້​ການ​ພົວພັນ​ການ​ຄ້າ​ 2 ຝ່າຍ ຫວຽດນາມ - ກຳປູ​ເຈຍ. ​ໂດຍ​ດຳ​ເນີນ​​ໄປໃນ​​ເວລາ 5 ວັນ (03 – 07/4), ງານ​ຕະຫຼາດນັດ​ໄດ້​ດຶງ​ດູດ​ການ​ເຂົ້າຮ່ວມ​ຂອງ​ ວິ​ສາ​ຫະກິດ ຫວຽດນາມ 120 ​ແຫ່ງ ດ້ວຍ​ຮ້ານ​ວາງສະ​ແດງ​ສິນຄ້າ 220 ຮ້ານ, ​ແນະນຳ​ບັນດາ​ຜະລິດ​ຕະພັນ​, ສິນຄ້າ​ຂອງ ຫວຽດນາມ ທີ່​ມີ​ຄຸນ​ນະພາ​ບສູງ​ຄື: ຜະລິດ​ຕະພັນ​ກະ​ເສດ, ກົນ​ຈັກຮັບ​ໃຊ້​ກະສິກຳ, ​ເຄື່ອງ​ຕຳ່​ແຜ່ນ​ຕັດຫຍິບ - ​ເກີບ​ໜັງ​.​.​. ກ່າວ​ຄຳ​ເຫັນ​ໄຂ​ງານ​ຕະຫຼາດນັດ, ທ່ານ​ນາງ​ຮອງ​ນາຍົກລັດຖະມົນຕີຜູ້​ປະຈຳການ​ລັດຖະບານ ລາຊະ​ອານາຈັກ ກຳປູ​ເຈຍ Men Som An, ​ເນັ້ນ​ໜັກ​ວ່າ:

        “ການ​ພົວພັນ​ດ້ານ​ການ​ຄ້າລະຫວ່າງ ກຳປູ​ເຈຍ - ຫວຽດນາມ ​ໄດ້​ມີ​ບາດກ້າວ​ພັດທະນາ​ທີ່​ໜ້າ​ຮັບ​ຮູ້. ການ​ລົງທຶນ​ຂອງ ຫວຽດນາມ ຢູ່ ກຳປູ​ເຈຍ ​ໄດ້​ຮັບ​ການ​ເປີດ​ກ້ວາງ​ໃນ​ຫຼາຍ​ຂົງ​ເຂດ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ກະສິກຳ, ​ໂທລະ​ຄົມ, ການບິນ, ທະນາຄານ. ຍາມ​ໃດຈຳນວນ​ແຂກ​ທ່ອງ​ທ່ຽວ ຫວຽດນາມ ມາ ກຳປູ​ເຈ​ຍ ກໍ່​ຫຼາຍ​ກ່ວາ​ໝູ່. ​ໃນ​ຂະນະ​ທີ່​ປະຊາຊົນ ກຳປູ​ເຈຍ ນັບ​ພັນ​ຄົນ​ກໍ່ ​ໄປ ຫວຽດນາມ ​ເພື່ອ​ທ່ອງ​ທ່ຽວ, ທຳ​ມາ​ຫາ​ກິນ ​ແລະ ປິ່ນປົວ​ພະຍາດ”

 

ຂ່າວ/ບົດ​ອື່ນ