ງານ​ຕະຫຼາດ​ນັດ​ການ​ຄ້າ​ສາ​ກົນ​ ຫວຽດ​ນາມ ຄັ້ງ​ທີ 29

(VOVWORLD) -  ງານຕະຫຼາດນັດການຄ້າສາກົນ ຫວຽດນາມ ຄັ້ງທີ 29ໄດ້ດຶງດູດການເຂົ້າຮ່ວມຂອງວິສາຫະກິດ 500 ແຫ່ງທີ່ມາຈາກ 23 ປະເທດ ແລະ ເຂດແຄ້ວນ, ດ້ວຍຮ້ານວາງສະແດງສິນຄ້າ 600 ຮ້ານ
ງານ​ຕະຫຼາດ​ນັດ​ການ​ຄ້າ​ສາ​ກົນ​ ຫວຽດ​ນາມ ຄັ້ງ​ທີ 29 - ảnh 1ງານຕະຫຼາດນັດການຄ້າ (ພາບ: Thời Báo Kinh Tế) 

ໃນລະຫວ່າງວັນທີ 10 – 13 ເມສາ, ຢູ່ ຮ່າໂນ້ຍ ຈະດຳເນີນງານຕະຫຼາດນັດການຄ້າສາກົນ ຫວຽດນາມ ຄັ້ງທີ 29 (VIETNAM EXPO 2019) ໂດຍກະຊວງການຄ້າ ແລະ ອຸດສາຫະກຳ ຫວຽດນາມເປັນເຈົ້າພາບ, ສົມທົບກັບບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ, ບັນດາອົງການສົ່ງເສີມ ການຄ້າ ແລະ ບໍລິສັດ Vinexad ຈັດຕັ້ງຂຶ້ນ. ຜ່ານຕະຫຼອດໄລຍະ 28 ປີ, VIETNAM EXPO ໄດ້ກາຍເປັນໜຶ່ງໃນບັນດາການເຄື່ອນໄຫວສົ່ງເສີມການຄ້າທີ່ມີຂອບຂະໜາດໃຫຍ່ທີ່ສຸດສຳລັບຂົງເຂດການຄ້າ ແລະ ອຸດສາຫະກຳ ຫວຽດນາມ.

ງານຕະຫຼາດນັດໃນປີນີ້ມີຫົວຂໍ້ວ່າ “VIETNAM EXPO - ສະໜິດຕິດພັນ, ແບ່ງປັນ, ພ້ອມກັນປະສົບສຳເລັດຜົນ” ໄດ້ດຶງດູດການເຂົ້າຮ່ວມຂອງວິສາຫະກິດ 500 ແຫ່ງທີ່ມາຈາກ 23 ປະເທດ ແລະ ເຂດແຄ້ວນ, ດ້ວຍຮ້ານວາງສະແດງສິນຄ້າ 600 ຮ້ານ. ໃນຂອບເຂດງານຕະຫຼາດນັດດັ່ງກ່າວມີເວທີປາໄສສົ່ງເສີມການສົ່ງອອກ ຫວຽດນາມ 2019 ແລະ ກອງປະຊຸມສົ່ງເສີມການລົງທຶນພັດທະນາອຸດສາຫະກຳ ຫວຽດນາມ ດ້ວຍຫົວຂໍ້ວ່າ “ກາລະໂອກາດເຂົ້າຮ່ວມ ຕ່ອງໂສ້ການຜະລິດ ແລະ ການຄ້າທົ່ວໂລກ”

ຕອບກັບ

ຂ່າວ/ບົດ​ອື່ນ