ງານຕະຫຼາດນັດ-ການວາງສະແດງອຸດສາຫະກຳ- ກະສີກຳ - ການຄ້າ ເຂດໄຕງວຽນ 2013

ງານຕະຫຼາດນັດ-ການວາງສະແດງອຸດສາຫະກຳ- ກະສີກຳ - ການຄ້າ ເຂດໄຕງວຽນ 2013 - ảnh 1
ງານຕະຫຼາດນັດໄດ້ດຶງດູດຜູ້ມາຊົມເບິ່ງ, ຊຶ້ຜະລິດຕະພັນຢ່າງຫຼວງຫຼາຍ

(vovworld)- ​ໂດຍ​ສືບ​ຕໍ່​ບັນດາ​ການ​ເຄື່ອນ​ໄຫວມຸ່ງໄປສູ່ການສະເຫຼີມສະຫຼອງ 10 ປີ ແຫ່ງວັນສ້າງຕັ້ງ ແຂວງດັກນົງ, ຕອນຄ່ຳວັນທີ 19/12, ໄດ້ດຳເນີນພິທີ ໄຂງານຕະຫຼາດນັດ-ການວາງສະ​ແດງ​ອຸດສາຫະກຳ-ກະ​ສີ​ກຳ-ການ​ຄ້າ​ເຂດ​ໄຕ​ງວຽນ 2013ຢູ່​ແຂວງ​ດັກ​ນົງ. ງານຕະຫຼາດນັດ-ການວາງສະ​ແດງ​ອຸດສາຫະກຳ-ກະ​ສີ​ກຳ-ການ​ຄ້າ​ເຂດ​ໄຕ​ງວຽນ 2013 ​ໂດຍ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ດັກ​ນົງ ສົມທົບ​ກັບ​ບໍລິສັດ​ຫຸ້ນ​ສ່ວນ​ສົ່ງ​ເສີມ​ການ​ຄ້າ ​ແລະ ພັດທະນາ​ເສດຖະກິດ(ນະຄອນ​ໂຮ່ຈິ​ມິນ) ຈັດ​ຈຶ້ນ.  ນີ້​ແມ່ນ​ເຫດການ ສົ່ງ​ເສີມ​ການ​ຄ້າ​ໃຫຍ່​ຄັ້ງ​ທີ 2 ພາຍຫຼັງ Techmart ດັກ​ນົງ ຊຶ່ງ​ຫາ​ກໍ​ຖືກ​ຈັດ​ຂຶ້ນ​ໃນ​ເດືອ​ນ​ແລ້ວ​ນີ້. ງານຕະຫຼາດນັດ-ການວາງສະ​ແດງ​ຄັ້ງ​ນີ້​ລວມມີ​ຮ້ານ​ວາງສະ​ແດງ 400 ຮ້ານ ​ໂດຍ​ຖືກ​ຈັດ​​ແບ່ງ​ເປັນ 3 ​ເຂດ​ວາງສະ​ແດງ​ຕົ້ນຕໍຄື : ​ເຂດ​ວາງສະ​ແດງ, ​ແນະນຳ​ຄວາມ​ສາມາດ​ບົ່ມ​ຊ້ອນ, ທ່າ​ໄດ້​ປຽບ ​ແລະ ບັນດາ​ຜົນງານ​​ໃນ​ການ​ພັດທະນາ​ເສດຖະກິດ, ສັງຄົມ​ຂອງ​ບັນດາ​ແຂວງ​ເຂດ​ໄຕ​ງວຽນ; ​ເຂດ​ວາງສະ​ແດງ, ​ແນະນຳ​, ​ໂຄສະນາ ​ແລະ ຂາຍ​ຜະລິດ​ຕະພັນ​ອຸດສາຫະກຳ​ ​ແລະ ​ເຂດ​ຂາຍ​ຜະລິດ​ຕະພັນ​ກະ​ສີ​ກຳ, ການ​ຄ້າ​ສັງລວມຂອງ​ບັນດາ​ວິ​ສາ​ຫະກິດ​ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ. ທ່ານ​ບ້ຽນວັນ​ມິນ ຫົວໜ້າ​ພະ​ແນ​ກອຸດສາຫະກຳ​ການ​ຄ້າ ​ແຂວງ​ດັກ​ນົງ ​ໃຫ້​ຮູ້​ວ່າ : 

    “ ພວກ​ຂ້າພະ​ເຈົ້າ​ຝາກ​ຄວາມ​ຫວັງ​ຢ່າງ​ຍິ່ງ​ຕໍ່​ງານຕະຫຼາດນັດ-ການວາງສະ​ແດງ​ອຸດສາຫະກຳ-ກະ​ສີ​ກຳ-ການ​ຄ້າ​ເຂດ​ໄຕ​ງວຽນ 2013 ຊຶ່ງ​ຈະ​ແມ່ນ​ແຫ່ງ​ວາງສະ​ແດງ​ໝາກ​ຜົນ 10 ປີ​ຂອງ​ຂະ​ແໜງອຸດສາຫະກຳ-ກະ​ສີ​ກຳ-ການ​ຄ້າ​. ພ້ອມ​ກັນ​ນັ້ນ, ດ້ວຍ​ຂອບ​ຂະໜາດ​ທີ່​ມີ​ຮ້ານ​ວາງສະ​ແດງ 400 ຮ້ານລວມມີ​ບັນດາ​ປະ​ເພດ​ສິນຄ້າ​ທີ່​ມີ​ຄຸນ​ນະພາ​ບສູງ, ຈະ​ຊ່ວຍ​ຍູ້​ແຮງ​ບັ້ນ​ຂົນຂວາຍ​ຊາວ​ຫວຽດນາມ ​ໃຫ້​ບຸລິມະສິດ​ຊົມ​ໃຊ້​ສິນຄ້າ​ຫວຽດນາມ, ຜ່ານ​ນັ້ນ ຈະ​ຊ່ວຍ​ສິນຄ້າ​ຫວຽດນາມ​ສາມາດ​ຢຶດຄອງ​ຕະຫຼາດຢູ່​ພາຍ​ໃນ​ປະ​ເທດ​​ໄດ້ ” 

ຂ່າວ/ບົດ​ອື່ນ