ງານຕະຫຼາດນັດ​ທ່ອງ​ທ່ຽວສາກົນ​ຫວຽດນາມ ຈ​ະ​ໄດ​້​ເລື່ອນ​ໄປ​ເດືອນ​ພຶດສະພາ 2020

(VOVWORLD) -ວັນທີ 24 ກຸມພາ, ສະຫະສະມາຄົມທ່ອງທ່ຽວຫວຽດນາມ ໃຫ້ຮູ້ວ່າ ຕໍ່ໜ້າບັນດາການຜັນແປສັບສົນຂອງໂລດລະບາດ Covid – 19, ງານຕະຫຼາດນັດທ່ອງທ່ຽວສາກົນ ຫວຽດນາມ (VITM ຮ່າໂນ້ຍ) ປີ 2020 ຈະຖືກຈັດຂຶ້ນໃນລະຫວ່າງວັນທີ 14 – 17 ພຶດສະພາ ແທນທີ່ຈະຈັດຂຶ້ນໃນລະຫວ່າງວັນທີ 1 – 4 ເມສາ ຄືດັ່ງແຜນການທີ່ໄດ້ວາງອອກໃນເບື້ອງຕົ້ນ.
ງານຕະຫຼາດນັດ​ທ່ອງ​ທ່ຽວສາກົນ​ຫວຽດນາມ  ຈ​ະ​ໄດ​້​ເລື່ອນ​ໄປ​ເດືອນ​ພຶດສະພາ 2020 - ảnh 1  ງານຕະຫຼາດນັດທ່ອງທ່ຽວສາກົນຫວຽດນາມ ປີ 2019 (ພາບ: TTXVN)

         ງານຕະຫຼາດນັດທ່ອງທ່ຽວສາກົນຫວຽດນາມ ປີ 2020 ໄດ້ເລືອກເອົາຫົວຂໍ້  “ມໍລະດົກ - ແຫຼ່ງກໍາລັງຂອງຂະແໜງທ່ອງທ່ຽວຫວຽດນາມ” ດ້ວຍຄວາມປາດຖະໜາຢາກຊຸກຍູ້ຄວາມຮັບຮູ້ຂອງວິສາຫະກິດທີ່ເຄື່ອນໄຫວໃນຂົງເຂດທ່ອງທ່ຽວ ກ່ຽວກັບບົດບາດຂອງມໍລະດົກສໍາລັບອະນາຄົດພັດທະນາຂອງຂະແໜງທ່ອງທ່ຽວຫວຽດນາມ. ເຂົ້າຮ່ວມງານຕະຫຼາດນັດປີນີ້ ສືບຕໍ່ຮັກສາຕົວເລກ 505 ຮ້ານ, ຄາດວ່າ ຈະມີປີ້ຍົນລາຄາຖືກຫຼາຍກວ່າ 100.000 ປີ້, ລາຍການທ່ອງທ່ຽວຄົບວົງຈອນ ຫຼາຍກວ່າ 18.000 ລາຍການ ແລະ ຫຼາຍກວ່າ 15.000 ໂປໂມຊັນຫຼຸດລາຄາພິເສດຂຶ້ນເຖິງ 50% ແລະ ລາງວັນທີ່ດູດດື່ມນັບສິບພັນຢ່າງ ຈະໄດ້ວາງຂາຍຢູ່ງານຕະຫຼາດນັດດັ່ງກ່າວ.


ຕອບກັບ

ຂ່າວ/ບົດ​ອື່ນ