ງານຕະຫຼາດນັດສິນຄ້າ ຫວຽດນາມ ຢູ່ຍີ່ປຸ່ນ

ງານຕະຫຼາດນັດສິນຄ້າ ຫວຽດນາມ ຢູ່ຍີ່ປຸ່ນ - ảnh 1

ງານ​ຕະຫຼາດນັດ​ສິນຄ້າ​ຫວຽດນາມ ຢູ່​ຍີ່ປຸ່ນ ຈັດ​ຂຶ້​ນແຕ່​ວັນ​ທີ 3-5/8

(ພາບປະກອບ:vietnamplus.vn)​

( vovworld ) – ​ແຕ່​ວັນ​ທີ 3-5/8, ງານ​ຕະຫຼາດນັດ​ສິນຄ້າ​ຫວຽດນາມ ​ໄດ້​ຖືກ​ຈັດຕັ້ງຂຶ້ນ​ຢູ່​ສູນ​ການ​ຄ້າ Aeon Laketown ​ແຂວງ Saitama ຊື່​ງ​ແມ່ນ​ສູນ​ການ​ຄ້າ​ແຫ່ງ​ໃຫ່ຍກ່ວາ​ໝູ່ຢູ່​ຍີ່ປຸ່ນ ຫ່າງ​ຈາກ​ນະຄອນຫຼວງ​ໂຕ​ກຽວ 30 ກມ​ໄປ​ທາງ​ທິດ​ເໜືອ. ງານ​ຕະຫຼາດນັດ​ສິນຄ້າ​ຫວຽດນາມໂດຍ​ກຸ່ມ​ບໍລິສັດ Aeon ຊື່​ງ​ແມ່ນ​ກຸ່ມ​ບໍລິສັດ​ຂາຍຍ່ອຍ​ອັນ​ດັບ 1 ຂອງ​ຍີ່​ປູ່​ນ ສົມທົບ​ກັບ​ກະຊວງ​ອຸດສາຫະກຳ​ການ​ຄ້າ ​ແລະ ສະຖານທູດ​ຫວຽດນາມ ປະຈຳ​ຍີ່ປຸ່ນ ຈັດຕັ້ງຂຶ້ນ. ທີ່​ງານ​ຕະຫຼາດນັດ, ມີ​ການວາງ​ຂາຍ​ບັນດາ​ຜະລິດ​ຕະພັນ​ຂອງ​ຫວຽດນາມ ​ຄື: ດອກ​ໄມ້​ສົດ​ດ່າ​ລາດ, ໝາກ​ມັງກອນ, ສົ້ງ​ເສື້ອ, ອາຫານ​ແຫ້ງ, ​ເຄື່ອງ​ສິລະ​ປະຫັດຖະກຳ​…. ນອກຈາກ​ນັ້ນ​ແລ້ວ, ທີ່​ງານ​ຕະຫຼາດນັດ​ຍັງ​ໄດ້​ແນະນຳ​ວັດທະນະທຳ​ຫວຽດນາມ ​ຄື: ການ​ແນະນຳ​ວິທີ​ແຕ່​ງບັນດາ​ເຍື່ອງ​ອາຫານ​ຫວຽດນາມ, ການສະ​ແດງ​ພິມ​ດິດຕຣຶງ, ​ແນະນຳ​ວິທີ​ເຮັດ​ກຸບ​. ຕາມ​ທ່ານ Nguyen Trung Dung ທູດ​ການ​ຄ້າຫວຽດນາມ ປະຈຳ​ຍີ່ປຸ່ນ ​ແລ້ວ, ​ເພື່ອ​ຍູ້​ແຮງ​ການ​ສົ່ງ​ອອກ​ສິນຄ້າ​ໄປ​ຍັງ​ປະ​ເທດ​ຍີ່ປຸ່ນ, ຫວຽ​ດນາມ ຄວນ​ປະຕິ​ຮູບ​ວິທີ​ການ​ໂຄສະນາ, ສົ່ງ​ເສີມ​ການ​ຄ້າ. ການ​ຮ່ວມ​ມື​ກັບ​ບັນດາກຸ່ມ​ບໍລິສັດຂາຍຍ່ອຍ​ຍີ່ປຸ່ນ ​ຄືກຸ່ມ​ບໍລິສັດ  Aeon ​ແມ່ນ​ວິທີ​ການ​ທີ່​ດີ​ເພື່ອ​ສົ່ງ​ສິນຄ້າ​ຫວຽດນາມ ​ເຖິງ​ຜູ້​ບໍລິ​ໂພ​ກ ອຸປະ​ໂພ​ກຍີ່ປຸ່ນ.

 

ຂ່າວ/ບົດ​ອື່ນ