ງານ​ຕະຫຼາດ​ນັດ​ອຸດ​ສາ​ຫະ​ກຳ​ໃຫຍ່​ທີ່​ສຸດ​ໃນ​ໂລກ ນຳ​ມາ​ເຊິ່ງ​ມາດ​ຕະ​ການ​ເຕັກ​ໂນ​ໂລ​ຢີ​ທີ່​ທັນ​ສະ​ໄໝ​ທີ່​ສຸດ

(VOVWORLD) -ປີນີ້, ມີກວ່າ 4.000 ຫົວໜ່ວຍ ທີ່ມາຈາກ 63 ປະເທດ ໃນໂລກ ໄດ້ເຂົ້າຮ່ວມງານຕະຫຼາດນັດ ແລະ ວາງສະແດງສິນຄ້າເຕັກໂນໂລຢີລຸ້ນໃໝ່ສຸດ ບໍ່ວ່າຈະເປັນຂະແໜງອຸດສາຫະກຳໄຟຟ້າ, ເຕິກນິກດີຈີຕອນ ຕະຫຼອດຮອດເຕັກນິກ. 

  ງານຕະຫຼາດນັດການຄ້າອຸດສາຫະກຳໃຫຍ່ທີ່ສຸດໃນໂລກ ຖືກໄຂຂຶ້ນໃນວັນທີ 16 ເມສາ ຢູ່ນະຄອນ Hannover ຂອງ ເຢຍລະມັນ. ຜ່ານປັນຍາປະດິດ ແລະ ເຕັກໂນໂລຢີ “ຈັດກະວານເໝືອນຈິງ” (Metaverse), ຜູ້ຈັດງານວາງສະແດງຢາກໃຫ້ຜູ້ຊົມມີວິໄສທັດໃໝ່ແກ່ວິທີການແກ້ໄຂບັນດາບັນຫາທີ່ເປັນໄຟນາບຂູ່ຕໍ່ພື້ນຖານເສດຖະກິດທົ່ວໂລກ.

        ປີນີ້, ມີກວ່າ 4.000 ຫົວໜ່ວຍ ທີ່ມາຈາກ 63 ປະເທດ ໃນໂລກ ໄດ້ເຂົ້າຮ່ວມງານຕະຫຼາດນັດ ແລະ ວາງສະແດງສິນຄ້າເຕັກໂນໂລຢີລຸ້ນໃໝ່ສຸດ ບໍ່ວ່າຈະເປັນຂະແໜງອຸດສາຫະກຳໄຟຟ້າ, ເຕິກນິກດີຈີຕອນ ຕະຫຼອດຮອດເຕັກນິກ. ສະເພາະບັນຫາພະລັງງານ, ມີບໍລິສັດກວ່າ 300 ແຫ່ງເຂົ້າຮ່ວມ ເພື່ອວາງສະແດງບັນດາມາດຕະການທີ່ກ່ຽວຂ້ອງເຖິງ ຮີເດີໂຣ ສີຂຽວ, ເຊິ່ງເປັນມາດຕະການທີ່ຫຼາຍຄົນໄດ້ຕັ້ງຄວາມຫວັງວ່າ ສາມາດທົດແທນໃຫ້ເຊື້ອໄຟຟອກຊິວ - ເຫດຜົນທີ່ເຮັດໃຫ້ໜ່ວຍໂລກອຸ່ນຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ