ງານບຸນ Carnaval ຫ້າລອງ 2012 ດຳເນີນໄປຢ່າງຟົດຟື້ນ

 

ງານບຸນ Carnaval ຫ້າລອງ 2012 ດຳເນີນໄປຢ່າງຟົດຟື້ນ  - ảnh 1
ລາຍການສະແດງຈຸດວັດທະນະທຳຊົນເຜົ່າຢູ່ ແຂວງກວ໋າງນີງ
ພາບ:quangninh.gov.vn


(vovworld) -  ​ງານບຸນ Carnaval ຫ້າ​ລອງ 2012 ຖືກຈັດ​ຂຶ້ນ​ໃນ​ຕອນຄ່ຳ​ວັນ​ທີ 1/5 ຢູ່ນະຄອນ​ຫ້າ​ລອງ ​ແຂວງ​ກວ໋າງ​ນີງ ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ ​ນັກສະ​ແດງ, ນັກສິລະ​ປິ​ນ ​ຂອງ​ບັນດາ​ຄະນະ​ສິລະ​ປະກອນ​ພາຍ​ໃນ ​ແລະ ຕ່າງປະ​ເທດ ​ເກືອ​ບ 4000 ຄົນ. ດ້ວຍ​ຫົວ​ເລື່ອງ​ວ່າ “ເຕົ້າ​ໂຮມ ​ແລະ ​ແຜ່​ຂະຫຍາຍ”,  ງານບຸນ Carnaval ຫ້າ​ລອງ 2012 ​ໄດ້ສະ​ແດງ​ໃຫ້​ເຫັນສີສັນ​ວັດທະນະທຳ ຂອງ 24 ຊົນ​ເຜົ່າ​ທີ່​ພວມ​ດຳລົງ​ຊີວິດຢູ່​ແຂ​ວງ ກວ໋າງ​ນີງ ​ແລະ ພ້ອມ​ກັບ​ລາຍການ​ຟ້ອນ, ລຳທຳເພງຍຸກປະຈຸບັນ​ໂດຍ​ປະຊາຊົນ​ແຂວງ   ກວ໋າງ​ນີງ ສະ​ແດງ. ງານບຸນ Carnaval ຄັ້ງ​ນີ້ ​ຖືກສະແດງຢູ່ຕາມຖະຫນົນ, ບົນ​ເວທີ​ສະ​ແດງ ​ແລະ ບົນຫນ້າ​ນ້ຳ. ນັກ​ສິລະ​ປິນ Le Tien Tho, ຜູ້​ກຳກັບ​ການສະ​ແດງ​ໃຫ້​ຮູ້​ວ່າ:

        ງານບຸນ Carnaval ຄັ້ງ​ນີ້ ພວກ​ຂ້າພະ​ເຈົ້າ​ສຸ​ມ​ໃສ່​ຈຸດ​ພົ້ນ​ເດັ່ນ​ຂອງ​ວັດທະນະທຳ​ຫວຽດນາມ ພິ​ເສດ​ແມ່ນຂອງ​ແຂວງ ກວ໋າງນີງຄື: ວັດທະນະທຳ​ແຫ່ງຈິດ​ວິນ​ຍານ, ວັດທະນະທຳ​   ທະ​ເລ, ວັດທະນະທຳ​ກ່ຽວ​ກັບ​ຖ່ານ​ຫີນ ​ແລະ ວັດທະນະທຳ​ຂອງ​ບັນດາ​ເຜົ່າ. ​ເພາະວ່າ ວັດທະນະທຳ​ແມ່ນ​ພື້ນຖານ​ດ້ານ​ຈິດ​ໃຈ, ​ແມ່ນ​ກຳລັງ​ຫນູນ,​ ​ແມ່ນ​ຈຸດໝາຍ​ແຫ່ງ​ການ​ພັດທະນາ.”

ງານບຸນ Carnaval ຫ້າລອງ 2012 ດຳເນີນໄປຢ່າງຟົດຟື້ນ  - ảnh 2
ນັກທ່ອງທ່ຽວມາຈາກ ສປປ ລາວ ພ້ອມກັນຟ້ອນ
ລຳວົງໃນງານບຸນ Carnaval Ha Long 2012
ພາບ:internet

ຕາມ​ທ່ານ​ Pham Minh Chinh ເລຂາ​ຄະນະ​ພັກ​ແຂວງ ກວ໋າງນີງ ​ແລ້ວ, ພາຍຫລັງ​ຈັດ​ຕັ້ງ​ງານ​ບຸນ​ມາ​ເປັນ 4 ຄັ້ງ,  Carnaval ຄັ້ງ​ນີ້ ບໍ່​ພຽງ​ແຕ່​ມີ​ຂອບ​ຂະຫນາດ​ໃຫຍ່​ ດ້ວຍ​ຜູ້​ເຂົ້າ​ຮ່ວມ​ເປັນ​ຈຳນວນ​ຫລາຍກວ່າ​ໝູ່​ເທົ່າ​ນັ້ນ ຫາກ​ຍັງ​ສ້າງ​ຄວາມ​ປະທັບ​ໃຈ​ໃຫ້​ແກ່​ຜູ້​ຊົມ​ອີກ​ດ້ວຍ. ນີ້​ແມ່ນ​ກຳລັງ​ຫນູນ​ເພື່ອ​ໃຫ້​ຂະ​ແຫນງ​ທ່ອງ​ທ່ຽວ​ແຂວງ ກວ໋າງນີງ ທັງ​ສ້າງ​ຂີດ​ໝາຍ​ກ່ຽວ​ກັບ​ວັດທະນະທຳ ທັງ​ກາຍ​ເປັນ​ຫນຶ່ງ​ໃນ​ບັນດາ​ຂະ​ແຫນງ​ເສດຖະກິດ​ປາຍ​ແຫລມ​ຂອງ​ແຂວງ.

        “​ໃນ​ອະນາຄົດ ຄາດ​​ວ່າ ຈະມີນັກ​ທ່ອງ​ທ່ຽວ​ມາ​ຢ້ຽມຢາມ ​ຫ້າ​ລອງ ​ເປັນ​ຈຳນວນ​ຫລວງຫລາຍ. ​ໄປ​ຄຽງ​ຄຸູ່ກັນ​ນັ້ນ ​ແຂວງ ກວ໋າງນີງ ຕ້ອງ​ກະກຽມ​ພື້ນຖານ​ໂຄງ​ລ່າງ ​ແລະ ​ພິ​ເສດ ​ແມ່ນ​ວັດທະນະທຳ​ທ່ອງ​ທ່ຽວ​ກໍ​ຄື​ເງື່ອນ​ໄຂ​ຮັບ​ໃຊ້​ນັກ​ທ່ອງ​ທ່ຽວ​ເພື່ອ​ໃຫ້​ເຂົາ​​ເຈົ້າ​ພຶງພໍ​ໃຈ. ນັ້ນ​ແມ່ນ​ສິ່ງ​ທີ່​ຂ້າພະ​ເຈົ້າ​ເອົາ​ໃຈ​ໃສ່​ທີ່​ສຸດ. ພວກ​ຂ້າພະ​ເຈົ້າ​ກໍ​ຮຽກຮ້ອງ​ໃຫ​້​ທຸກ​ຄົນ,​ອົງການ​ຈົ່ງພ້ອມ​ກັນ​ສ້າງສາ ຫ້າ​ລອງ​ໃຫ້​ຈະ​ເລີ​ນຮຸ່ງ​ເຮືອງສວຍ​ງາມ​ກວ່າ.”

ຂ່າວ/ບົດ​ອື່ນ