ງານ​ບຸນ ຝ່າ​ເບົ່າ ໄດ້​ຮັບ​ຮ​ອງເປັນ​ ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ທີ່​ບໍ່​ແມ່ນ​ວັດ​ຖຸ​ແຫ່ງ​ຊາດ

(VOVWORLD) -ງານບຸນຝ່າເບົ່າ ແມ່ນຮູບແບບວັດທະນະທຳມີຄຸນຄ່າຫຼາຍຢ່າງທີ່ເປັນເອກະລັກສະເພາະ, ມີເນື້ອໃນອຸດົມສົມບູນ, ຫຼາຍຮູບແບບ ຂອງຊາວຂະແມລົກແຄ໊ງ ເວົ້າສະເພາະ ແລະ ແຂວງບິ່ງເຟືອກ ເວົ້າລວມ.
ງານ​ບຸນ ຝ່າ​ເບົ່າ ໄດ້​ຮັບ​ຮ​ອງເປັນ​ ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ທີ່​ບໍ່​ແມ່ນ​ວັດ​ຖຸ​ແຫ່ງ​ຊາດ - ảnh 1ງານບຸນ ຝ່າເບົ່າ  (ພາບ: cand.com.vn)

ວັນທີ 31 ມີນາ, ຢູ່ ກຸ່ມຊ໋ອກເລິ໊ນ, ຕາແສງ ລົກແຄ໊ງ, ເມືອງ ລົກນິງ, ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງ ບິ່ງເຟືອກ ໄດ້ສົມທົບກັບຄະນະກຳມະການປະຊາຊົນເມືອງ ລົກນິງ ຈັດພິທີປະກາດບັນຊີລາຍຊື່ມໍລະດົກວັດທະນະທຳທີ່ບໍ່ແມ່ນວັດຖຸແຫ່ງຊາດ ງານບຸນຮີດຄອງປະເພນີ ແລະ ເຊື່ອຖື ງານບຸນ Dua Tpeng (ຫຼືຍັງເອີ້ນວ່າ ງານບຸນ ຝ່າເບົ່າ) ຂອງຊົນເຜົ່າ ຂະແມ.

ງານບຸນຝ່າເບົ່າ ແມ່ນຮູບແບບວັດທະນະທຳມີຄຸນຄ່າຫຼາຍຢ່າງທີ່ເປັນເອກະລັກສະເພາະ, ມີເນື້ອໃນອຸດົມສົມບູນ, ຫຼາຍຮູບແບບ ຂອງຊາວຂະແມລົກແຄ໊ງ ເວົ້າສະເພາະ ແລະ ແຂວງບິ່ງເຟືອກ ເວົ້າລວມ.

ບໍລິເວນຈັດງານບຸນຢູ່ສອງສະຖານທີ່ແມ່ນຫໍບູຊາອົງຕ່າ ຊຶ່ງແມ່ນສະຖານທີ່ປະຕິບັດພິທີພາວະນາຄວາມສະຫງົບສຸກ ແລະ ເບົ່າເນືອກ ຊຶ່ງແມ່ນສະຖານທີ່ປະຕິບັດບັນດາພິທີຫຼັກ.

ຕອບກັບ

ຂ່າວ/ບົດ​ອື່ນ