ງານບູນ “ລະດູດອກບານປີ 2017”

ງານບູນ “ລະດູດອກບານປີ 2017”  - ảnh 1
ງານ​ບູນ “ລະດູ​ດອກ​ບານ​ປີ 2017”

(vovworld) - ງານ​ບູນ “ລະດູ​ດອກ​ບານ​ປີ 2017” ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ຄ່ຳ​ວັນ​ທີ 11/03 ຢູ່​ນະຄອນ ​ເຊີນ​ລາ ​ແຂວງ ​ເຊີນ​ລາ. ນີ້​ແມ່ນ​ງານ​ບູນ​​ໄດ້ຈັດ​ຕັ້ງ​ເປັນ​ປະຈຳ​ປີ, ​ເພື່ອ​ແນ​ໃສ່​ຈຸດໝາຍ​ອະນຸລັກ​ຮັກສາ, ຟື້ນ​ຟູ, ​ແນະນຳ​ງານ​ບູນ (ລະດູ​ດອກ​ບານ) ​ເຖິງ​ປະຊາຊົນ​ທຸກ​ຊັ້ນ​ວັນນະ, ຕອບ​ສະໜອງ​​ຕ້ອງການ​ດ້ານ​ວັດທະນະທຳຈິດ​ໃຈ​ຂອງ​ທຸກ​ຄົນ. ພ້ອມທັງ ​ໂຄສະນາ​ເຜີຍ​ແຜ່​ຄວາມ​ສາມາດ​ບົ່ມ​ຊ້ອນ​ການທ່ອງທ່ຽວ​ຂອງ​ນະຄອນ ​ເຊີນ​ລາ, ດຶງ​ດູດ​​ແຂກ​ທ່ອງ​ທ່ຽວ​ທັງ​ຢູ່ພາ​ຍ​ໃນ​ແຂວງ ​ແລະ ຕ່າງ​ແຂວງມາ​ຢ້ຽມ​ຊົມ. ທີ່​ພິທີ​ໄຂ ມີ​ຫລາຍ​ລາຍການ​ສິລະ​ປະ, ສະ​ແດງ​ໃຫ້​ເຫັນ​ຮີດຄອງ​ປະ​ເພນີ, ກໍ່​ຄືຄວາມ​ງາມ​ວັດທະນະທຳທີ່​ເປັນ​ເອກະ​ລັກຂອງ​ນະຄອນ ​ເຊີນ​ລາ. ງານ​ບູນ “ລະດູ​ດອກ​ບານ” ປີ​ນີ້ ​ໄດ້​ດຳ​ເນີນ​ໄປ​ຮອດ​ວັນ​ທີ 13/03.

        ​ເນື່ອງ​ໃນ​ໂອ​ກາດ​ນີ້, ທີ່​ແຂວງ ດຽນບຽນ ກໍ່​​ດຳ​ເນີນ​ການ​ເຄື່ອນ​ໄຫວ​ຫລາຍ​ຢ່າງ​ຄື: ການ​ແຂ່ງຂັນກິລາ, ວັດທະນະທຳ​ສິລະ​ປະ ​ໃນ​ຂອບ​ເຂດ​ງານ​ບູນດອກ​ບານ​ປີ 2017.

 

 

ຕອບກັບ

ຂ່າວ/ບົດ​ອື່ນ