ງານບຸນ ຫວຽດນາມ ຢູ່ແຂວງ Kanagawa, ປະເທດ ຍີ່ປຸ່ນ

(VOVWORLD) - ງານບຸນ ຫວຽດນາມ ຢູ່ແຂວງ Kanagawa ປະເທດ ຍີ່ປຸ່ນປີ 2017 (Viet Nam festa in Kanagawa 2017), ດ້ວຍຫົວຂໍ້     “ຂໍ້ສັງເກດ ກ່ຽວກັບ ຫວຽດນາມ” ພວມຈັດຕັ້ງຢູ່ນະຄອນ Yokohama. 

ງານບຸນ ຫວຽດນາມ ຢູ່ແຂວງ Kanagawa, ປະເທດ ຍີ່ປຸ່ນ - ảnh 1ຮ້ານວາງສະແດງແຜນທີ່, ຫຼັກຖານຢັ້ງຢືນໝູ່ເກາະ ຮ່ວາງຊາ, ເຈື່ອງຊາຂອງ ຫວຽດນາມ ທີ່ງານບຸນ

(ພາບ: ສຳນັກຂ່າວສານ ຫວຽດນາມ)

ນີ້ແມ່ນຄັ້ງທີ 3 ຢ່າງລຽນຕິດ ທີ່ງານບຸນ ຫວຽດນາມ (Viet Nam festa in Kanagawa 2017) ໄດ້ຈັດຕັ້ງຢູ່ແຂວງ Kanagawa. ທີ່ງານບຸນ, ປະຊາຊົນ ຍີ່ປຸ່ນ ແລະ ປະຊາຄົມຊາວ ຫວຽດນາມ ຢູ່ ຍີ່ປຸ່ນ ໄດ້ຮັບຊົມບັນດາລາຍການສະແດງສິລະປະ, ວັດທະນະທຳ, ດົນຕີ, ອາພອນສະໄໝ ແລະ ໄດ້ຊິມລົດຊາດບັນດາເຍື່ອງອາຫານພື້ນເມືອງຂອງ ຫວຽດນາມ, ຮັບຊົມລາຍການຟ້ອນຕຸກກະຕານ້ຳ ຫວຽດນາມ. ໃນຂອບເຂດງານບຸນຍັງໄດ້ຈັດຕັ້ງກອງປະຊຸມສຳມະນາກ່ຽວກັບການລົງທຶນ, ການສົ່ງເສີມການຄ້າ, ການທ່ອງທ່ຽວລະຫວ່າງບັນດາແຂວງ, ນະຄອນຂອງ ຫວຽດນາມ ກັບແຂວງ Kanagawa ອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ