ງານບຸນ ອອກອອມບອກ ເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມ ປີ 2019: ເສີມຂະຫຍາຍຄຸນຄ່າວັດທະນະທໍາທີ່ເປັນມູນເຊື້ອຂອງພໍ່ແມ່ພີ່ນ້ອງຊາວເຜົ່າຂະແມ

(VOVWORLD) - ງານບຸນຫຼັກ ແມ່ນ ບຸນຊ່ວງເຮືອ  ເຊິ່ງຈະດໍາເນີນໃນວັນທີ 10 – 11 ພະຈິກ.

        ງານບຸນ ອອກອອມບອກ - ຊ່ວງເຮືອຊອກຈັງ ຄັ້ງທີ 4 ຢູ່ເຂດທ່ົງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມ ປີ 2019 ຈະດໍາເນີນໃນລະຫວ່າງວັນທີ 5 – 11 ພະຈິກ ດ້ວຍບັນດາການເຄື່ອນໄຫວວັດທະນະທໍາ, ສິລະປະ, ກິລາ ທີ່ຫຼາຍຮູບຫຼາຍແບບ ແລະ ຄຶກຄື້ນມ່ວນຊື່ນ. ຕາມທ່ານ ໂງຮຸ່ງ, ຮອງປະທານຄະນະກໍາມະການປະຊາຊົນແຂວງ ຊອກຈັງ, ຮອງຫົວໜ້າຄະນະຈັດຕັ້ງງານບຸນແລ້ວ, ງານບຸນດັ່ງກ່າວ ຖືກຈັດຂຶ້ນທຸກໆປີ ເພື່ອແນໃສ່ອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າວັດທະນະທໍາທີ່ເປັນມູນເຊື້ອຂອງພໍ່ແມ່ພີ່ນ້ອງຊາວເຜົ່າຂະແມ ແຂວງ ຊອກຈັງ ເວົ້າສະເພາະ ແລະ ຂອງພໍ່ແມ່ພີ່ນ້ອງຊາວເຜົ່າຂະແມເຂດທ່ົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມ ເວົ້າລວມ. ຜ່ານງານບຸນ, ແຂວງຊອກຈັງ ກໍມີຄວາມປາດຖະໜາຢາກໂຄສະນາ ແລະ ແນະນໍາພາບພົດດິນແດນ, ປະຊາຊົນ ຊອກຈັງ ເຖິງແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ.

        ໃນຂອບເຂດຂອງງານບຸນ ຈະດໍາເນີນບັນດາການເຄື່ອນໄຫວວັດທະນະທໍາ, ສິລະປະ, ກິລາ ຄື: ວາດພາບພິທີບູຊາພະຈັນ; ການແຂ່ງຂັນໄຫຼເຮືອໄຟ... ແລະ ງານບຸນຫຼັກ ແມ່ນ ບຸນຊ່ວງເຮືອ  ເຊິ່ງຈະດໍາເນີນໃນວັນທີ 10 – 11 ພະຈິກ.


ຕອບກັບ

ຂ່າວ/ບົດ​ອື່ນ