ງານບຸນ ເກົ່າເຕົ່າ, ອະນຸລັກຮັກສາຈຸດຄວາມງາມດ້ານວັດທະນະທຳຂອງຊາວເຜົ່າ ມົ້ງ

(VOVWORLD) - ແມ່ນງານບຸນພື້ນເມືອງທີ່ເປັນມູນເຊື້ອ, ການດຳເນີນຊີວິດທາງດ້ານວັດທະນະທຳ, ການເຫຼື້ອມໄຊເຊື່ອຖືທີ່ມີມາແຕ່ດົນນານຂອງຊາວເຜົ່າ ມົ້ງ ຢູ່ ຮ່ວາບິ່ງ.
ງານບຸນ ເກົ່າເຕົ່າ, ອະນຸລັກຮັກສາຈຸດຄວາມງາມດ້ານວັດທະນະທຳຂອງຊາວເຜົ່າ ມົ້ງ - ảnh 1ຜູ້ບາວ, ຜູ້ສາວ, ຜູ້ເຖົ້າຜູ້ແກ່, ເດັກນ້ອຍບ້ານ ມົ້ງ ຈັບມື້ກັນເຕັ້ນຕາມຈັງຫວະຂອງສຽງແຄນ
(ພາບ: TTXVN)

ວັນທີ 20 ມັງກອນ, ງານບຸນ ເກົ່າເຕົ່າ ພວມດຳເນີນຢູ່ 2 ຕາແສງ ຮາງກີ ແລະ ປ່າກໍ່, ເມືອງ ມາຍເຈົາ, ແຂວງ ຮ່ວາບິ່ງ. ນີ້ແມ່ນງານບຸນພື້ນເມືອງທີ່ເປັນມູນເຊື້ອ, ການດຳເນີນຊີວິດທາງດ້ານວັດທະນະທຳ, ການເຫຼື້ອມໄຊເຊື່ອຖືທີ່ມີມາແຕ່ດົນນານຂອງຊາວເຜົ່າ ມົ້ງ ຢູ່ ຮ່ວາບິ່ງ.

ງານບຸນໄດ້ແບ່ງປັນ 2 ພາກ, ລວມມີ: ພາກພິທີກຳ ດ້ວຍພິທີກຳຕົ້ນຕໍ່ ແມ່ນສ້າງຕົ້ນກະຖິນ. ສ່ວນພາກງານບຸນ, ບັນດາຜູ້ບາວ, ຜູ້ສາວ, ຜູ້ເຖົ້າຜູ້ແກ່, ເດັກນ້ອຍບ້ານ ມົ້ງ ຈັບມື້ກັນເຕັ້ນຕາມຈັງຫວະຂອງສຽງແຄນ. ເຂົ້າຮ່ວມງານບຸນ ເກົ່າຕ່າວ, ແຂກທ່ອງທ່ຽວຍັງໄດ້ຮັບຊົມບັນດາລາຍການສະແດງສິລະປະທີ່ເປັນເອກະລັກສະເພາະ, ເຂັ້ມຂຸ້ນໄປດ້ວຍວັດທະນະທຳຊາວເຜົ່າ ມົ້ງ; ໄດ້ເຂົ້າຮ່ວມບັນດາການເຄື່ອນໄຫວ, ຄື: ຟ້ອນແຄນ, ຢ້ຽມຊົມຮ້ານອາຫານ, ວັດທະນະນຳ ແລະ ໃຫ້ກຳລັງໃຈບັນດາປະເພດກິລາຊົນເຜົ່າ… ພ້ອມກັບບັນດາການເຄື່ອນໄຫວວັດທະນະທຳທີ່ເປັນເອກະລັກສະເພາະອື່ນໆຂອງປະຊາຊົນຢູ່ທີ່ນີ້.

ຕອບກັບ

ຂ່າວ/ບົດ​ອື່ນ