ງານບຸນCarnavalຮ້າລອງ2016ດ້ວຍສີສັນຫຼາກຫຼາຍ

ງານບຸນCarnavalຮ້າລອງ2016ດ້ວຍສີສັນຫຼາກຫຼາຍ - ảnh 1
ພາບປະກອບຈາກອີນເຕີເນັດ

(vovworld) –  ຕອນ​ຄຳ່​ວັນ​ທີ 30/4, ຢູ່​ສະໜາມ​ຫຼວງ 30/10, ຢູ່​ນະຄອນ ຮ້າ​ລ​ອງ, ​ແຂວງ ກວາງ​ນີງ, ​ໄດ້​ຈັດ​ຕັ້ງ Carnaval ຮ້າ​ລອງ 2016 ດ້ວຍ​ຫົວ​ຂໍ້​ວ່າ “ການ​ເຕົ້າ​ໂຮມ ​ແລະ ​ແຜ່​ຂະຫຍາຍ”. ໜຶ່ງ​ໃນ​ບັນດາ​ຈຸດ​ໃໝ່​ຂອງ​ລາຍການ​ສິລະ​ປະ Carnaval ຄັ້ງ​ນີ້​ແມ່ນ​ການ​ເຊື່ອມ​ຕໍ່​ງານ​ບຸນ Carnaval ກັບ​ງານ​ບຸນ​ດົນຕີ​ທີ່​ຟົດ​ຟື້ນ, ທັນ​ສະ​ໄໝ. ງານ​ບຸນ​ປີ​ນີ້ ມີ​ການ​​ເຂົ້າ​ຮ່ວມ​ຂອງ​ນັກສະ​ແດງ, ນັກ​ຮ້ອງ, ​ນາງ​ແບບ ​ແລະ ປະຊາຊົນ​ທີ່​ມາ​ຈາກ​ບັນດາ​ຂະ​ແໜງ​ການ, ທ້ອງ​ຖິ່ນ, ບັນດາ​ຊົນ​ເຜົ່າ​​ໃນ​ແຂວງ​ປະມານ 1.600 ຄົນ ​ໄດ້​ສົມ​ທົບ​ກັບ​ບັນດາ​ນັກ​ສິລະ​ປິນທ່ີ່ມາ​ຈາກ​ຕ່າງປະ​ເທດ​, ​ສ້າງ​ງານ​ບຸນ​ຟົດ​ຟື້ນ ​ແລະ ມີ​ສີສັນຫຼາກ​ຫຼາຍ. ທ່ານ​ນາງ ຫວູທິທູ​ຖູ​ຍ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ກວາງ​ນີງ, ​ເນັ້ນ​ໜັກ​ວ່າ:

        “ຜ່ານການຈັດ​ຕັ້ງ​ເປັນ 9 ​ເທື່ອ, Carnaval ຮ້າ​ລ​ອງ ​ໄດ້​ກາຍ​ເປັນ​ເຄື່ອງໝາຍ​ການ​ຄ້າ​ຂອງ​ການທ່ອງທ່ຽວ ກວາງ​ນີງ, ປະກອບສ່ວນ​ແນະນຳ​ເຖິງ​ເພື່ອນ​ມິດ​ຢູ່​ພາຍ​​ໃນ ​ແລະ ຕ່າງປະ​ເທດ​ກ່ຽວ​ກັບ​​ເຂດ​ດິນ​ແດນ, ຊາວ ກວາງ​ນີງ, ກ່ຽວ​ກັບ​ຮ້າ​ລອງ ​ເປັນ​ມໍລະດົກ, ສິ່ງ​ມະຫັດ​ສະ​ຈັນ​ທຳ​ມະ​ຊາດ. ມຸ່ງ​ໄປ​ເຖິງ​ການ​ສ້າງ​ແຂວງ ກວາ​ງນີງ ກາຍ​ເປັນ​ແຂວງ ມີ​ໂຄງ​ປະກອບ​ເສດຖະກິດ ບໍລິການ​ອຸດສາຫະກຳ, ​ແມ່ນ​ສູນ​ທ່ອງ​ທ່ຽວ​ຄຸນ​ນະພາ​ບສູງ​ຂອງ​ພາກ​ພື້ນ ​ແລະ ສາກົນ. ​ແນ່​ແນ​ວ່າ, ງານ​ບຸນ Carnaval 2016 ຈະ​ນຳ​ມາ​ໃຫ້​ບັນດາ​ຜູ້​ແທນ, ​ແຂກ​ຜູ້​ມີ​ກຽດ ພ້ອມ​ກັບ​ປະຊາຊົນ ​ແລະ ​ແຂກ​ທ່ອງ​ທ່ຽວ​ບັນດາ​ຄວາມ​ປະ​ທັບ​ໃຈ​ອັນ​ດີງາມ​ກ່ຽວ​ກັບ​ແຂວງ ກວາງ​ນີງ.”


ຂ່າວ/ບົດ​ອື່ນ