ງານບຸນຄຼິດສມາດ ສະຫງົບສຸກ, ເບີກບານມ່ວນຊື່ນ ໃນທົ່ວປະເທດ


ງານບຸນຄຼິດສມາດ ສະຫງົບສຸກ, ເບີກບານມ່ວນຊື່ນ ໃນທົ່ວປະເທດ - ảnh 1
ໂບດ ຮ່າໂນ້ຍ ໃນຕອນຄຳ່ວັນທີ 24/12
(ພາບ: kenh14.vn)

(vovworld) - ຢູ່​ຮ່າ​ໂນ້ຍ, ​ໃນ​ຕອນ​ຄຳ່ວັນ​ທີ 24/12, ຢູ່​ຖະໜົນ​ສາຍ​ຕ່າງໆ​ຄື: ຮ່າງມ໋າ, ບ່າ​ຈ້ຽວ, ​ແຄມ​ໜອງ​ຮ່ວານ​ກ໋ຽມ, ຮ່າງ​ບ່າຍ.​.​.​ ​ແລະ ສູນ​ການ​ຄ້າ​ແຫ່ງ​ຕ່າງໆ​ລ້ວນ​ແຕ່​ໄດ້​ຮັບ​ການ​ປະດັບ​ປະດາ​ຢ່າງ​ສວຍ​ງາມ​ດ້ວຍ​ຕົ້ນ​ແປກ, ຫິມະ.​.​.​ ບ່ອນ​ໃດ​ກໍ່​ຟັງສຽງ​ເພງ​ເພງ​ອວຍພອນ​ງານ​ບຸນຄຼິດສະມາດກ້ອງ​ກັນ​ວານ​ໄປ​ທົ່ວ. ​ໂບດ​​ໃຫຍ່​ຮ່າ​ໂນ້ຍ ​ໄດ້​ຮັບ​ການ​ປະດັບ​ປະດາ​ຢ່າງ​ສວຍ​ງາມ​ດ້ວຍ​ສີສັນ​ຫຼາກ​ຫຼາຍ​ຂອງ​ຄົມ​ໄຟ​ນາໆ​ສີ. ປ້າ ຟ້າ​ມທິຮ່ຽນ, ຊາວ ຮ່າ​ໂນ້ຍ ຜຄູ້​ໜຶ່ງ ​ໃຫ້​ຮູ້​ວ່າ:

        “ບັນຍາກາດ​ຕ້ອນຮັບ​ງານ​ບຸນຄຼິດສ​ມາດ ຟົດ​ຟື້ນ​ເນືອງນັນ. ທຸກໆ​ຄົນ​ເຂົ້າ​ຮ່ວມ​ງານ​ບຸນຄຼິດສມາດ ລ້ວນ​ແຕ່​ເບີກບານ​ມ່ວນ​ຊື່ນ.”

        ຢູ່​ແຂວງ ນິງບິ່ງ, ປະຊາຊົນ​ນັບ​ຮ້ອຍ​ຄົນ​​ໄດ້​ພາກັນ​ໄປ​ຍັງ​​ໂບດ ຟາດ​ຢ້ຽມ. ​ເສັ້ນທາງ​ພາ​ໄປ​ເຖິງ​ໂບດ​ກໍ່​ໄດ້​ຮັບ​ການ​ປະດັບ​ປາ​ດາ​ຢ່າງ​ສວຍ​ງາມ ​ເຮັດ​ໃຫ້​ໂບດ ຟາດ​ຢ້ຽມ ງາມ​ກ່ວາ ​ໃນ​ບັນ​ຍາ​ກາດ​ຟົດ​ຟື້ນ, ມ່ວນ​ຊື່ນ​ຂອງ​ຊາວ​ຄຼິດຢູ່​ແຫ່ງ​ນີ້.

        ​ໃນ​ຂະນະ​ນັ້ນ, ​ໃນ​ຕອນ​ແລງ​ວັນ​ທີ 24/12, ຂະ​ບວນຄົນ​​ພາກັນ​​ໄປ​ຍັງ​ໂບດ ຝູກາມ ຢູ່ ​ເທື່ອ​ທຽນ​ເຫ້ວ. ບັນດາ​ໂຮງ​ແຮມ​ແຫ່ງ​ໃຫຍ່​ຄື: ​ເຮືອງ​ຢາງ, Century, ​ແຊງ - ​ເຫ້ວ.​​..​ ຈັດ​ຕັ້ງ​ງານ​ລາຕີດຶງ​ດູດ​ແຂກ​ເຂົ້າ​ຮ່ວມ​ເປັນ​ຈຳ​ນວນ​ຫຼວງ​ຫຼາຍ. ສັງຄະ​ນາຍົກ ​ເລ​ວັນ​ຮົ່ງ, ສັງຄະ​ນະ​ຍົກ​ເຂດ​ຊາວ​ຄຼິດ ​ເຫ້ວ, ຮອງ​ປະທານ​ສະພາ​ສັງຄະ​ລາດ ຫວຽດນາມ, ​ໃຫ້​ຮູ້​ວ່າ:

        “ງານ​ບຸນຄຼິດສ​ມາ​ດ, ບໍ່​ພຽງ​ແຕ່​ສຳລັບຊາວ​ຄຼິດພວກ​ຂ້າພະ​ເຈົ້າ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ງານ​ບຸນ​ສາກົນ, ​ແຫ່ງຄວາມ​ຮັກ​ແພງ, ​ເພື່ອ​​ໃຫ້​ທຸກ​ຄົນ​ລ້ວນ​ແຕ່​​ໄດ້​ຮັບ​ຄວາມ​ຜາ​ສຸກ ​ໄດ້ດຳລົງ​ຊີວິດ​ໃນ​ເງື່ອນ​ໄຂ​ເສດຖະກິດ, ສັງຄົມ, ການ​ສຶກສາ​ນັບ​ມື້​ນັບ​ພັດທະນາ.”

        ​ໃນ​ຂະນະ​ນັ້ນ, ງານ​ບຸນຄຼິດສມາດ​ປີ​ນີ້, 27 ​ເຂດ​ຊາວ​ຄຼິດຢູ່ ດ່າ​ນັ້ງ ​ໄດ້​ມອບ​ຂອງຂວັນ​ນັບ​ພັນ​ພູດ​​ໃຫ້​ແກ່​ປະຊາຊົນ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ຜູ້​ເຖົ້າ​ຢູ່​ໂດດ​ດຽວ, ​ເດັກນ້ອຍ​ປະສົບ​ກັບ​ຄວາມ​ຫຍຸ້ງ​ຍາກ. ຢູ່​ນະຄອນ ​ໂຮ່ຈີ​ມິນ, ​ໄຕ​ງວຽນ.​.​.​ ການ​ເຄື່ອນ​ໄຫວ​ຕ້ອນຮັບ​ງານ​ບຸນຄຼິດສມາດ​ກໍ່​ໄດ້​ຮັບ​ການຈັດ​ຕັ້ງ​ຢ່າງ​ເບີກບານ​ມ່ວນ​ຊື່ນ.


ຂ່າວ/ບົດ​ອື່ນ