ງານບຸນຊຸດເສື້ອຍາວໄດ້ສ້າງຄວາມປະທັບໃຈທີ່ດີໃຫ້ແຂກທ່ອງທ່ຽວ

ງານບຸນຊຸດເສື້ອຍາວໄດ້ສ້າງຄວາມປະທັບໃຈທີ່ດີໃຫ້ແຂກທ່ອງທ່ຽວ - ảnh 1
ການສະແດງໃນງານບຸນ

(vovworld) – ພາຍຫຼັງ 2 ວັນ​ດຳ​ເນີນ​ການ​ເຄື່ອນ​ໄຫວຢ່າງ​ຟົດ​ຟື້ນ, ຕອນ​ຄຳ່​ວັນ​ທີ 9/3, ງາ​ນບຸນ “​ຊຸດ​ເສື້ອ​ຍາວ ​ແລະ ດອກ​ໄມ້” ຄັ້ງ​ທີ່​ 1 ສິ້ນ​ສຸດ​ລົງ​ຢູ່​ສວນສາທາລະນະ ​ເດີ່ມ​ແຊນ, ນະຄອນ ​ໂຮ່ຈີ​ມິນ ​ແລະ ດຶງ​ດູດ​ປະຊາຊົນ​​ເຂົ້າ​ຮ່ວມ​ເປັນ​ຈຳນວນ​ຫຼວງ​ຫຼາຍ, ​ໂດຍ​ຖືກ​ຈັດ​ຂຶ້ນ​ເປັນຄັ້ງ​ທຳ​ອິດ​ຢູ່ ນະຄອນ ​ໂຮ່ຈີ​ມິນ, ງານ​ບຸນ​ໄດ້​ວາງສະ​ແດງ, ​ແນະນຳ​ບັນດາ​ຜະລິດ​ຕະພັນ ຊຸດ​ເສື້​ອຍາວ ​ແລະ ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ວັດທະນະທຳ​ສີ​ລະ​ປະ​ຕ່າງໆ. ງານ​ບຸນ “​ຊຸດ​ເສື້ອ​ຍາວ ​ແລະ ດອກ​ໄມ້” ຄັ້ງ​ນີ້ ມີ​ການ​ເຂົ້າ​ຮ່ວມ​ຂອງ 40 ຫົວໜ່ວຍ, ວິ​ສາ​ຫະກິດ, ບັນດາ​ນັກ​ອອກ​ແບບ - ສິລະ​ປະການ​ຕັດຫຍິບ​ເສື້​ອຍາວ, ​ເຄື່ອງໝາຍ​ການ​ຄ້າ​ຊຸດ​ເສື້ອ​ຍາວທີ່​ມີ​ມາ​ເປັນ​ເວລາ​ຫຼາຍ​ປີ​ຢູ່​ນະຄອນ ​ໂຮ່ຈີ​ມິນ. ຄະນະ​ຈັດ​ຕັ້ງ​ໃຫ້​ຮູ້​ວ່າ, ມີ​ປະນາມ 5.000 ຄົນ​ນຸ່ງ​ຊຸດ​ເສື້ອ​ຍາວ​ມາ​ເຂົ້າ​ຮ່ວມ​ງານ​ບຸນໃນ​ເວລາ 2 ວັນ​​. ງານ​ບຸນ “​ຊຸດ​ເສື້ອ​ຍາວ ​ແລະ ດອກ​ໄມ້” ຄັ້ງ​ທີ 1 ​ໄດ້​ຮັບ​ການຈັດ​ຕັ້ງ​ເພື່ອ​ແນ​ໃສ່​ເຊີດຊູ​ຄຸນຄ່າ​ສີສັນ​ວັດທະນະທຳ​ທີ່​ເປັນ​ມູນ​ເສື້ອ​ຂອງ​ຊາວ ຫວຽດນາມ, ​ເຊີດ​ຊູ​ຄວາມ​ງາມຂອງ​ຊຸດ​ເສື້​ອຍາວ - ​ເຊິ່ງ​ແມ່ນ​ຊຸດ​ເສື້ອປະຈຳ​ຊາດຂອງ​ຊາວ ຫວຽດນາມ.

 



ຂ່າວ/ບົດ​ອື່ນ