ງານ​ບຸນ​ຍິງບັ້ງ​ໄຟ​ດອກ​ສາ​ກົນ​ດ່າ​ນັ໊ງ​ປີ 2019

(VOVWORLD) -ຕອນຄ່ຳວັນທີ 1 ມິຖຸນາ, ຢູ່ຝັ່ງແມ່ນ້ຳຮ່ານ, ນະຄອນດ່ານັ໊ງ ໄດ້ຈັດພິທີໄຂງານບຸນຍິງບັ້ງໄຟດອກສາກົນດ່ານັ໊ງປີ 2019 ດ້ວຍຫົວເລື່ອງ “ກົກເຄົ້າເຫງົ້າກໍ” ໂດຍມີການເຂົ້າຮ່ວມຂອງທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດຫວຽດນາມ ຕອງທິຟອງ, ການນຳບັນດາກະຊວງ, ຂະແໜງການສູນກາງ ແລະ ປະຊາຊົນ, ແຂກທ່ອງທ່ຽວນັບຫມື່ນໆຄົນ.
ງານ​ບຸນ​ຍິງບັ້ງ​ໄຟ​ດອກ​ສາ​ກົນ​ດ່າ​ນັ໊ງ​ປີ 2019 - ảnh 1

 (ພາບ: https://tuoitre.vn)

    ໃນຄ່ຳຄືນໄຂງານບຸນແມ່ນການສະແດງຂອງ 2 ທິມຍິງບັ້ງໄຟດອກດ່ານັ໊ງ-ຫວຽດນາມ ແລະ Fireworks Center Khan-ສະຫະພັນລັດເຊຍ. ກ່າວຄຳເຫັນທີ່ພິທີໄຂ, ທ່ານຮິງດຶກເທີ, ປະທານຄະນະກຳມະການປະຊາຊົນນະຄອນດ່ານັ໊ງ ຢືນຢັນວ່າ:

    ງານບຸນຍິງບັ້ງໄຟດອກສາກົນດ່ານັ໊ງ ໄດ້ຮັບຮູ້ວ່າແມ່ນ 1 ໃນ 10 ເຫດການອັນດັບຕົ້ນ ໂດຍກະຊວງວັດທະນະທຳ ກິລາ ແລະ ການທ່ອງທ່ຽວຄັດເລືອກ. ເຫດການນີ້ໄດ້ຮັບຄວາມສົນໃຈຈາກປະຊາຊົນ ແລະ ແຂກທ່ອງທ່ຽວນັບມື້ນັບຫຼາຍ. ດ້ວຍການຍິງບັ້ງໄຟດອກພິເສດສະເພາະ ແລະ ດູດດື່ມໃຈ ພ້ອມກັບເຫດການຕ່າງໆນັ້ນ, ງານບຸນຍິງບັ້ງໄຟດອກສາກົນດ່ານັ໊ງ 2019 ຈະນຳມາເຊິ່ງລະດູພັກແລ້ງທີ່ເຕັມໄປດ້ວຍສີສັນໃຫ້ແກ່ດ່ານັ໊ງ.

ທ່ານເລຫາຍກ່ວຽນ ແຂກທ່ອງທ່ຽວມາຈາກແຂວງດັກລັກ ແບ່ງປັນວ່າ:

  ການປະສານສຽງດົນຕີຂອງທິມຊາດລັດເຊຍມ່ວນທີ່ສຸດ. ແຕ່ທິມຊາດຫວຽດນາມນັ້ນມີດົນຕີຫຼາຍກ່ວາ. ແຕ່ລະທິມຕ່າງໆກໍ່ມີສິ່ງມ່ວນໆຂອງໃຜມັນ. ທິມຊາດລັດເຊຍຍິງບັ້ງໄຟດອກງາມຫຼາຍ.

  ງານບຸນຍິງບັ້ງໄຟດອກສາກົນດ່ານັ໊ງ 2019 ຈະແກ່ຍາວໃນເວລາ 1 ເດືອນໂດຍມີການເຂົ້າຮ່ວມຂອງ 8 ທິມຄື: ຫວຽດນາມ, ລັດເຊຍ, ບຼາຊິນ, ແບນຊິກ, ແຟງລັງ, ອີຕາລີ, ອັງກິດ ແລະ ຈີນ. ຮອບຊິງຊະນະເລີດຈະຈັດຂຶ້ນໃນຕອນຄ່ຳຂອງວັນທີ 6 ກໍລະກົດ ທີ່ຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ