ງານບຸນດອກຄາຍຢູ່ເຂດພູພຽງຫີນ ດົ່ງວັນ

(VOVWORLD) - ຕອນຄ່ຳວັນທີ 21 ກຸມພາ, ຢູ່ເມືອງ ແມ່ວວາກ (ແຂວງ ຮ່າຢາງ), ໄດ້ດຳເນີນງານບຸນດອກຄາຍ - 2019 ດ້ວຍບັນດາການເຄື່ອນໄຫວທີ່ດຶງດູດແຂກທ່ອງທ່ຽວຢູ່ພາຍໃນປະເທດ ແລະ ຕ່າງປະເທດມາຊອກຮູ້ຜ່ານຕົວຈິງເປັນຈຳນວນຫລວງຫລາຍ. 

ເຂົ້າຮ່ວມງານບຸນດອກຄາຍ, ແຂກທ່ອງທ່ຽວຈະໄດ້ຮັບຊົມບັນດາສວນດອກຄາຍງາມດັ່ງໃນຝັນຢູ່ເມືອງ ແມ່ວວາກ.

        ງານບຸນດອກຄາຍ 2019 ແມ່ນໂອກາດເພື່ອໃຫ້ເມືອງ ແມ່ວວາກ ໂຄສະນາ ແລະ ເສີມຂະຫຍາຍຄວາມສາມາດບົ່ມຊ້ອນທ່າແຮງດ້ານການທ່ອງທ່ຽວ, ແນະນຳບັນດາຈຸດຄວາມງາມຂອງເຂດດິນແດນ, ປະຊາຊົນ, ຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງພໍ່ແມ່ປະຊາຊົນຊົນເຜົ່າສ່ວນໜ້ອຍຢູ່ແຫ່ງນີ້. ງານບຸນໄດ້ຈັດຕັ້ງຂຶ້ນ ກໍ່ເພື່ອປະກອບສ່ວນເພີ່ມທະວີການພົວພັນແລກປ່ຽນ, ຮັດແໜ້ນນ້ຳໃຈສາມັກຄີ, ມິດຕະພາບ, ຊຸກຍູ້ການຮ່ວມມື, ສົ່ງເສີມການລົງທຶນຂອງບັນດາອົງການ, ວິສາຫະກິດຢູ່ພາຍໃນ ແລະ ນອກແຂວງ; ດຶງດູດແຂກທ່ອງທ່ຽວມາສວນສາທາລະນະທໍລະນີທົ່ວໂລກພູພຽງຫີນ ດົ່ງວັນ ເວົ້າລວມ ແລະ ເມືອງ ແມ່ວວາກ ເວົ້າສະເພາະ.

ຕອບກັບ

ຂ່າວ/ບົດ​ອື່ນ