ງານບຸນຕະຫຼາດແຫ່ງຄວາມຮັກ ເຄົາວາຍ ທີ່ເປັນເອກະລັກສະເພາະ

(VOVWORLD) - ຕະຫຼາດແຫ່ງຄວາມຮັກເຄົາວາຍ ແມ່ນງານຕະຫຼາດນັດພຽງແຕ່ຈັດຕັ້ງປີລະເທື່ອ
ງານບຸນຕະຫຼາດແຫ່ງຄວາມຮັກ ເຄົາວາຍ ທີ່ເປັນເອກະລັກສະເພາະ - ảnh 1ພາບປະກອບ

ຕອນຄ່ຳວັນທີ 11 ພຶດສະພາ, ຢູ່ຕາແສງ ເຄົາວາຍ, ເມືອງ ແມ໋ວວາກ, ແຂວງ ຮ່າຢາງ ໄດ້ໄຂງານບຸນຕະຫຼາດແຫ່ງຄວາມຮັກ ເຄົາວາຍ. ຕະຫຼາດແຫ່ງຄວາມຮັກເຄົາວາຍ ແມ່ນງານຕະຫຼາດນັດພຽງແຕ່ຈັດຕັ້ງປີລະເທື່ອ. ເມື່ອເຂົ້າຮ່ວມຕະຫຼາດແຫ່ງຄວາມຮັກເຄົາວາຍນັ້ນ, ແຂກທ່ອງທ່ຽວແຕ່ລະຄົນລ້ວນແຕ່ຮູ້ສຶກໄດ້ເຖິງຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງເຂດດິນແດນແຫ່ງນີ້.

        ປີນີ້, ຕະຫຼາດແຫ່ງຄວາມຮັກທີ່ເປັນມູນເຊື້ອໄດ້ດຳເນີນກົງກັບໂອກາດງານມະໂຫລານຂັບແທນ - ພິນ ຕິ໋ງ ຂອງຊົນເຜົ່າ ໄຕ, ນຸ່ງ, ເຜົ່າຜູ້ໄທທົ່ວປະເທດຄັ້ງທີ 6 ປີ 2018 ແລະ ປະກາດແຜນຜັງເຂດທ່ອງທ່ຽວລະດັບຊາດພູພຽງຫີນແຂວງ ຮ່າຢາງ. ງານບຸນ ຕະຫຼາດແຫ່ງຄວາມຮັກເຄົາວາຍ ແມ່ນຜະລິດຕະພັນການທ່ອງທ່ຽວວັດທະນະທຳ ທີ່ເປັນເອກະລັກສະເພາະຂອງ ຮ່າຢາງ ຍ້ອນມີຈຸດທີ່ເປັນເອກສະເພາະ ແລະ ເຂັ້ມຂຸ້ນໄປດ້ວຍສີສັນວັດທະນະທຳທີ່ເປັນມູນເຊື້ອຂອງພໍ່ແມ່ພີ່ນ້ອງຊົນເຜົ່າສ່ວນຫນ້ອຍຢູ່ທີ່ນີ້.

ຕອບກັບ

ຂ່າວ/ບົດ​ອື່ນ